
ສຸດທ້າຍນ້ອງແຮ່ນນ້າກໍ່ເຮັດໄດ້ ຂໍສະແດງຄວາມດີໃຈນຳເດີ້ ໄດ້ເປັນຫນຶ່ງໃນວົງ Girl Group ຂອງປະເທດເພື່ອນບ້ານ
5th October 2020ໃນທີ່ສຸດກໍເຮັດໄດ້ ດີໃຈນຳນ້ອງ ແຮ່ນນ້າ ໂຣຊັ້ນບູ້ມ ເດີ້ ທີ່ຜ່ານເຂົ້າຮອບ ແລະ ໄດ້ DEBUT ເປັນສິນລະປິນ 4EVE Girl Group ເກີກຸ໊ບ (ກຸ່ມໄວໜຸ່ມຍິງໃນວົງການບັນເທີງ) ກຸ່ມໃໝ່ຂອງໄທ ສັງກັດ XOXO ENTERTAINMENT ຫຼັງຈາກທີ່ແຂ່ງຂັນມາດົນ
.
ແລະຜ່ານແຕ່ລະແມັສມາແບບທຸ້ມເທສຸດໆ ສຳລັບ ສາວນ້ອຍ ໄວ 19 ປີ ຈາກເມືອງລາວ ໄປແຂ່ງຂັນລາຍງານ 4EVE Girl Group ໄທ ຄົນດຽວໃນລາຍການ
.
ຍິນດີນຳເດີ້
.
ຄັ້ງນີ້ມີ ນ້ອງ ອະອາຍ,ນ້ອງ ອາຕອມ, ນ້ອງມາຍ, ນ້ອງແຮ່ນນ້າ ເຮົາເອງ, ນ້ອງຝ້າຍ, ນ້ອງໂຈລິສ, ແລະ ນ້ອງພັ້ນ