
ອັບເດດຝຣັ່ງນອນຢູ່ແຄມທາງ! ຫຼັງກູ້ໄພມາຮອດ ເຫດການປ່ຽນແປງໝົດ ລຸກຂຶ້ນນັ່ງແລ້ວຍ່າງຈາກໄປບໍ່ລາ
6th October 2020ກ່ອນໜ້ານີ້ ແອັດໄດ້ນໍາສະເໜີໄປແລ້ວກ່ຽວກັບເຫດການຊາຍຊາວຕ່າງຊາດ ນອນຊັກຢູ່ໜ້າຮ້ານແຫ່ງໜຶ່ງ ເຂດວົງວຽນໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງເຮັດໃຫ້ຜູ້ພົບເຫັນຕົກໃຈໄປຕາມໆກັນ.
ກ່ອນໜ້ານີ້ ໝົດສະຕິບໍ່ມີສັນຍານຕອບຮັບ
ເລົ່າຄືນເຫດການນີ້ເກີດຂຶ້ນກາງເດິກຂອງວັນທີ 5 ຕຸລາ 2020 ໂດຍມີຜູ້ໃຊ້ເຟສບຸກລາຍໜຶ່ງອອກມາໄລຟສົດກ່ຽວກັບເຫດການນີ້ ແລະ ຄາດເດົາໄປຕ່າງໆນາໆ.
ຜູ້ຖ່າຍຄລິບບອກຜູ້ກ່ຽວອາດເມົາ; ແຕ່ບໍ່ພຽງເທົ່າໃດນາທີ ຄວາມຈິງກໍ່ເປີດເຜີຍ ເມື່ອໃນທ້າຍໄລຟສົດນີ້ ພົບຜູ້ກ່ຽວລຸກຢືນຂຶ້ນເອງ ດ້ວຍຄວາມງຸນງົງ ເຊິ່ງໃນເຫດການມີຄົນບອກວ່າໄດ້ກິ່ນນໍ້າເມົາກຸ້ມໄປທົ່ວ ເມື່ອຕື່ນແລ້ວ ກໍ່ມີທ່າທາງໂມໂຫພ້ອມຖາມພວກເຈົ້າຕ້ອງການຫຍັງ ແລ້ວຜູ້ກ່ຽວກໍ່ຍ່າງໂຊເຊອອກໄປບໍ່ສົນໃຜເລີຍ.