
ປື້ມໃຈແທນ ອົດຫ່ວງບໍ່ໄດ້ ຫຼ້ານ້ອຍ ພໍໃຈ ສົບທົບທຶນຊ່ວຍ 10 ລ້ານກີບ ໃຫ້ ເທິ ຢູ່ນາ ຊື້ເຄື່ອງກິນຂອງໃຊ້ຈຳເປັນ ໃຫ້ເຖິງມືຊາວເຊໂປນ
19th October 2020ດັ່ງທີ່ເຮົາຮູ້ດີວ່າສະຖານະການນ້ຳ ຖ້ວຢູ່ເຊໂປນ ປັດຈຸບັນໜັກໜ່ວງຫຼາຍ ເຫັນແລ້ວຕາອີ່ຕົນ
ຫຼ້າສຸດ ສາວ ຫຼ້ານ້ອຍ ພໍໃຈ ຄົນດັງທີ່ຫຼາຍຄົນຮູ້ ຊ່ວຍສົມທົບທຶນ 10 ລ້ານກີບ ຊ່ວຍເຫຼືອ ພໍ່ ແມ່ ພີ່ນ້ອງ ເຊໂປນ ໃຫ້ກັບ ເທິ ຢູນາ
ໂດຍ ເທິຢູ່ນາ ໄດ້ໂພສ ຕາມສະຕາຍຂອງເພິ່ນ ໄດ້ໃຈຄວາມວ່າ
ຄົນໃຈ ຄົນຈິງ ອີ່ນີ້ມັນບ້າ ຂອບໃຈແທນພີ່ນ້ອງຊາວເຊໂປນ ຂໍໃຫ້ແມ່ອີ່ວຶ່ງ Larnoy PhorJai ລ້ຳຫຼວຍປັງໆຂຶ້ນໄປເລື້ອຍ ຢູ່ດີມີແຮງ ຢ່າເຈັບ ຢ່າຈົນ ຢ່າຕາຍກ່ອນໄວອັນຄວນ ພ້ຽງ !!! ເງິນຈຳນວນນີ້ຊິຊື້ເຄື່ອງກິນຂອງໃຊ້ທີ່ຈຳເປັນແລະຊ່ວຍແຈກຈ່າຍໃຫ້ເຖິງມື
.
ທັງນີ້ສາທຸນຳທັງ 2 ແລະ ອີກຫຼາຍໆຄົນທີ່ເຂົ້າມາຊ່ວຍ ທັງເຫື່ອແຮງ ແລະ ປັດໃຈ ແລະ ອື່ນໆເດີ້ ຄົນລາວບໍ່ຖິ້ມກັນ ຊ່ວຍເຫຼືອກັນສະເໝີ ຂໍໃຫ້ຜ່ານ ວິກິດນີ້ໄປໄວໆເດີ້