
ນ້ຳໃຈຈາກລຸງເທີ ແລະຜູ້ໃຈບຸນຍັງເດີນໜ້າຊ່ວຍຊາວເຊໂປນ
24th October 2020ພາຍຫລັງທີ່ຫລາຍເມືອງໃນແຂວງສະຫວັນນະເຂດໄດ້ປະສົບກັບໄພນ້ຳຖ້ວມ ເທີຢູນາ ເຈົ້າພໍ່ຜູ້ໄທໄດ້ນຳເງິນສ່ວນຕົວໄປຊ່ວຍເຫລືອເບື້ອງຕົ້ນຫຼາຍສົມຄວນ ກັບໝູ່ເພື່ອນທີ່ໂອນສົມທົບ
.
ຫຼ້າສຸດ ເຈົ້າໂຕໄດ້ໂພສ ຫລັງຈາກເປີດຮັບສອງມື້ ວານນີ້ກັບມື້ນີ້ ຕອນນີ້ຍອດທີ່ຊາວເນັດສົມທົບທຶນຊ່ວຍພີ່ນ້ອງຊາວເຊໂປນຜ່ານຢູ່ນາສະຕູດິໂອ ຊິຮອດ 70 ລ້ານແລ້ວເດີ້…ວັນຈັນລຸງຈະປິດການຮັບແລະເລີ່ມຈັດແຈງເຄື່ອງບັນເທົາທຸກແລ້ວຈະຊີ້ແຈງລາຍລະອຽດລາຄາແລະຈຳນວນຂອງເຄື່ອງທີ່ຊື້ທຸກກີບໃຫ້ຮັບຮູ້ນຳກັນ. ຂອບໃຈທຸກທ່ານ ຂໍໃຫ້ຈະເລີນກ້າວຫນ້າຢູ່ດີມີແຮງກັນທຸກຄົນ
ແຕ່ເຫັນວ່າຜູ້ປະສົບໄພຍັງຕ້ອງການຄວາມຊ່ວຍເຫລືອອີກຫລາຍເນື່ອງຈາກຫລານເຂດນ້ຳຍັງບໍມິທີທ່າຈະບົກແຫ້ງລົງເລີຍ ຫລ້າສຸດລູງເທີໄດ້ຕັດສິນໃຈເປີດຮັບບໍລິຈາກຈາກສັງຄົມເພີ່ມ ຕອນນີ້ໃກ້ຕົວເລກ 70 ລ້ານກີບແລ້ວ.
.