
ປ່ຽນບົດບາດຈາກນັກກິລາສາວ ສູ່ເວທີນາງງາມ ຕານ້ອຍ ພິມມະສອນ ວໍລະສັກ ML31 ໂຕເຕັງໃນເວທີນາງສາວລາວ 2020
4th November 2020ມາທໍາຄວາມຮູ້ຈັກກັບສາວນ້ອຍ 100 ຄວາມສາມາດ ພິມມະສອນ ວໍລະສັກ (ຕານ້ອຍ) 1 ໃນຜູ້ເຂົ້າປະກວດນາງສາວລາວ 2020
.
ເປັນສາວງາມຈາກ ເເຂວງໄຊຍະບູລີອາຍຸ 21 ປີ ບອກເລີຍຄົນນີ້ມາແຮງ ເພາະຍອດໄລ໋ ແລະຍອດແຊ ຕອນທີ່ລົງຮູບຫຼາຍສຸດໆ
ຕານ້ອຍ ປັດຈຸບັນກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາການຕະຫຼາດ ປີທີ 4 (ປະລີນຍາຕີ) ແລະ ກຳລັງສຶກສາຢູ່ທີ່ ວິທະຍາໄລ ໂລໂກສ, ສາຂາ ພາສາອັງກິດທົ່ງໄປ ປີທີ 2 (ຊັ້ນສູງ).
ນອກຈາກນັ້ນ ສາຍກິລາແຫ່ງຮູ້ດີ ເພາະ ສາວ ຕານ້ອຍ ຫົວໜ້າທີມ ນັກກີລາບານສົ່ງມະຫາວິທະຍາໄລເເຫ່ງຊາດ
ໂດຍ ເຈົ້າໂຕໄດ້ບອກວ່າ ຢາກລອງປະກວດນາງງາມ ເວທີອັນຊົງກຽດນີ້ເບິ່ງ ວ່າຕົນເອງຈະເຮັດໄດ້ດີຊ່ຳໃດ ເພາະກຽມຄວາມພ້ອມມາເຕັມ ພ້ອມໂຊຄວາມຮູ້ ຄວາມສາມາດໃນການປະກວດ ເຖິງເວທີນີ້ເປັນເວທີທໍາອິດໃນຊີວິດ ແລະ ເປັນຄັ້ງທໍາອິດທີ່ຢຽບສູ່ເສັ້ນທາງເກີບສົ້ນສູງກໍຕາມ (ຍິ້ມ)
ການປະກວດເລີ່ມຂຶ້ນແລ້ວ ຕານ້ອຍເປັນ 1 ໃນ 40 ຄົນທີ່ຜ່ານເຂົ້າຮອບ ນັບຈາກນນີ້ ຖ້າຕິດຕາມການປະກວດໄດ້ເລີຍ ຝາກ ແນ່ເດີ້ເຊຍ ຕານ້ອຍ ML31