
ນຳເລື້ອຍໆ ຈົນຮອດລູກຄົນທີ 15 ຈິ່ງເຖິງເປົ້າໝາຍ
11th November 2020ເວົ້າເລື່ອງລູກສາວລູກຊາຍ ຄູ່ຜົວເມຍຫຼາຍຄູ່ແມ່ນບໍ່ຄ່ອຍສົມຫວັງ ຄູ່ໄດ້ຍິງກໍ່ໄດ້ຍິງຕິດຕໍ່ກັນຫຼາຍຄົນ ຄູ່ໄດ້ຊາຍພັດມີແຕ່ຜູ້ຊາຍຖ້າລູກສາວບໍ່ມາຈັກເທື່ອ ສະນັ້ນ ຫຼາຍຄູ່ຈິ່ງມີລູກບັກຫຼາຍໆຄົນຍ້ອນບໍ່ໄດ້ຕາມເປົ້າໝາຍຈັກເທື່ອ ຄືຄູ່ນີ້ທີ່ແອັດ ສຶກສາ-ໄອທີ ຍົກມາມື້ນີ້ ຕ້ອງນຳເຖິງຄົນທີ 15 ຈິ່ງບັນລຸເປົ້າໝາຍ.
ເລື່ອງນີ້ເກີດຂຶ້ນກັບສອງຜົວເມຍຊາວແມັກຊິແກນ ສະຫະລັດອາເມລິກາ ເມື່ອພວກເຂົາມີລູກຊາຍແລ້ວກໍ່ຢາກໄດ້ລູກສາວມາຊື່ນຊົມຈັກຄົນ ແຕ່ກໍ່ບໍ່ມາຈັກເທື່ອ ທັງສອງກໍນຳໄປເລື້ອຍໆປ່ອຍໃຫ້ມີຄົນແລ້ວຄົນເຫຼົ່າຈົນໄດ້ລູກຊາຍ 14 ຄົນ ຄົນທີ 15 ຈິ່ງເປັນລູກສາວທີ່ເຂົາທັງສອງລໍຄອຍມາຍາວນານ.
ຄາເທີຣີ ແລະເຈຊາວັນ ສອງຜົວເມຍຊາວແມັກຊີແກນໄວ 45 ປີ ທັງສອງໄດ້ພົບຮັກກັນຕັ້ງແຕ່ໄວມັດທະຍົມ ກ່ອນຈະຕົກລົງປົງໃຈກັນແຕ່ງງານມາໃຊ້ຊີວິດຄູ່ໃນປີ 1993 ເຊິ່ງກ່ອນທີ່ຈະຈົບລະດັບມະຫາວິທະຍາໄລນັ້ນ ເຂົາເຈົ້າແມ່ນໄດ້ມີລູກໄປແລ້ວ 3 ຄົນ.
ຈາກນັ້ນພວກເຂົາກໍ່ມີສະມາຊິກຄອບຄົວເພິ່ມຂຶ້ນເລື້ອຍໆຈົນຮອດຄົນທີ 14 ກໍ່ຍັງເປັນລູກຊາຍຢູ່ດີ ແຕ່ຂະບວນການຜະລິດລູກກໍ່ເດີນໜ້າຕໍ່ເປັນລູກຄົນທີ 15 ແລະທັງສອງໄປກວດເບິ່ງປະກົດວ່າສົມຫວັງ ໝໍບອກວ່າລູກໃນທ້ອງເປັນຜູ້ຍິງສົມການລໍຄອຍແລ້ວ ງານນີ້ຄູ່ຜົວເມຍ ຄາເທີຣີ ແລະເຈຊາວັນຄົງຍອມປິດອູ່ແລ້ວ ເອີ້ນວ່າຫຼາຍກວ່າທີມເຕະບານທີ່ທຸກຄົນຢອກກັນໄປເລີຍ!
ສຳລັບອາຊີບການງານຂອງຄູ່ຜົວເມຍ ແນ່ນອນຜູ້ອ່ານຕ້ອງສົງໄສ ເອົາເງິນແຕ່ໃສມາລ້ຽງລູກຈຳນວນຫຼາຍປານນັ້ນ ເຊິ່ງຂໍ້ມູນເປີດເຜີຍວ່າ ຄາເທີຣີແມ່ນຈົບການສືກສາດ້ານສັງຄົມສົງເຄາະ, ສ່ວນເຈຊາວັນເປັນທະນາຍຄວາມ ແລະ ຍັງມີທຸລະກິດກ່ຽວກັບທີ່ດິນເປັນຂອງຕົນເອງອີກ.
ບໍ່ພຽງເທົ່ານັ້ນ ຈາກທີ່ທັງສອງມີລູກຈຳນວນຫຼາຍເຖິງ 14 ຊາຍ ຈິ່ງເອົາຈຸດເດັ່ນນີ້ມາຈັດລາຍການໜຶ່ງໃສ່ຊື່ວ່າ: 14 Outdoorsmen ເຮັດກ່ຽວກັບກິດກຳກາງແຈ້ງ ລຸຍຕາມພາສາເດັກໆ ເປັນຕົ້ນຕຶກເບັດ, ຂຶ້ນພູ, ຫຼິ້ນນ້ຳ, ສາລະພັດຢ່າງຂອງລູກຊາຍທັງ 14 ຄົນ ແຕ່ວ່າຫຼັງມີລູກສາວມາເພິ່ມລາຍການນີ້ຈະປ່ຽນຊື່ຫຼືບໍເດີ້.