
ເຕືອນເດີ້ຫາກບໍ່ຢາກເສຍໂຕໝາທີ່ທ່ານຮັກ ! ຫ້າມເອົາກະດູກ ແລະ ກ້າງໃຫ້ໝາກິນ ເພາະມັນອາດເຖິງແກ່ຊີວິດໄດ້
27th November 2020ຝາກໄວ້ເປັນອຸທາຫອນເລື່ອງນີ້ ເຫັນຫຼາຍໆຄົນ ກໍຫ້າມແທ້ຫ້າມວ່າ ບໍ່ໃຫ້ໝາຂອງຕົນກິນກະດູກ ຫຼື ກ້າງ ເພາະມັນຈະເຮັດໃຫ້ໝາ ເຈັບທ້ອງ, ຢື່ງທ້ອງ ແລະ ຮ້າຍແຮງໄປກວ່ານັ້ນ ອາດເຖິງແກ່ຊີວິດ ເປັນແບບນັ້ນເສຍໃຈແທ້ໆ
ເລື່ອງງ່າຍໆທີ່ຄົນຮັກຫມາຕ້ອງຮູ້ກະຄື ຫມາກໍເຫມືອນມະນຸດເຮົາລະບົບການຍ່ອຍອາຫານກໍ່ເຊັ່ນກັນ, ເຂົາເຈົ້າບໍ່ສາມາດຍ່ອຍເສດກະດູກ, ເສດກ້າງໄດ້ ໂດຍສະເພາະໝານ້ອຍ, ທີ່ເຮົາເຫັນເຂົາກິນກະດູກ, ຫລື ເສດກ້າງນັ້ນອາດບໍ່ແມ່ນວ່າເຂົາມັກກິນ, ແຕ່ຍ້ອນເຂົາຫິວເຂົາຈຶ່ງກິນຊື່ໆ ຫຼື ວ່າເຮົາເອົາຫຍັງໃຫ້ເຂົາກໍກິນ.
ເມື່ອພວກເຂົາກິນເຂົ້າໄປຫລາຍໆແລ້ວຈະເຮັດໃຫ້ສິ່ງເສດເຫລືອດັ່ງກ່າວຕົກຄ້າງໃນກະເພາະເຮັດໃຫ້ປ່ວຍໄດ້, ເຈັບເປັນໄດ້ ແລະ ເຖິງແກ່ຊີວິດ.
ຖ້າທ່ານຮັກພວກເຂົາແທ້ແມ່ນຢຸດການໃຫ້ເສດອາຫານເຫລືອທີ່ມີກະດູກ ຫລື ກ້າງໃຫ້ນ້ອງຫມາກິນໄດ້ແລ້ວເດີ້ ດ້ວຍຄວາມຫວັງດີຈາກຄົນຮັກໝາ
ຈາກ: Lao Links