
ສາວົກໄອໂຟນວ່າແນວໃດ! ໜຸ່ມໂພສໂວຍ ໄອໂຟນ 12 ຄົມເກີນ ບາດມືຈົນເລືອດໄຫຼ
29th November 2020ກາຍເປັນເລື່ອງທີ່ເວົ້າດຖິງຫຼາຍຂຶ້ນມາທັນທີ ສໍາລັບຮູບລັກພາຍນອກຂອງໄອໂຟນ 12 ບອກວ່າມັນຄົມເກີນ ຈົນເຖິງຂັ້ນບາດມື ພ້ອມຢືນຢັນບໍ່ໄດ້ສ້າງເລື່ອງ ເຕືອນຜູ້ໃຊ້ຄົນອື່ນລະວັງດ້ວຍ.
ເມື່ອວັນທີ 28 ພະຈິກ 2020 ທີ່ຜ່ານມາ ມີຜູ້ໃຊ້ເຟສບຸກລາຍໜຶ່ງ ໄດ້ໂພສພາບ ຫຼັງໄດ້ຮັບໄອໂຟນ 12 ໂດຍລະບຸວ່າ: ໄອໂຟນ 12 ຂອບບາດນິ້ວມືແທ້ເດີ້ ໃນຮູບແມ່ນຕົວຂ້ອຍເອງ ຫາກໍ່ຖືກບາດເມື່ອຄືນທີ່ຜ່ານມາ ໃຫ້ທຸກຄົນລະວັງກັນແນ່ ໃສ່ເຄສເປັນການດີ ພ້ອມບອກຖືກບາດແທ້ ບໍ່ໄດ້ປັ່ນ ຫຼື ສ້າງກະແສແຕ່ຢ່າງໃດ ແລະ ບໍ່ໄດ້ໃຊ້ເຂັມມາແທງມື.
ເຊິ່ງຫຼັງຈາກໂພສດັ່ງກ່າວຖືກເຜີຍແຜ່ອອກໄປ ກໍ່ມີຊາວເນັດເຂົ້!ມາສະແດງຄວາມຄິກເຫັນຢ່າງລົ້ນຫຼາມ ໂດຍບາງຄົນລະບຸວ່າ ເທ່ົ່າມີ່ໃຊ້ມາກໍ່ບໍ່ເຄີຍບາດ ພ້ອມຖາມກັບ ຖືກໄອໂຟນ 12 ບາດມືແທ້ບໍ່.
ແນວໃດກໍ່ຕາມ ກ່ອນໜ້ານີ້ ຊາວເນັດຂອງຈີນກໍ່ໄດ້ອອກມາແຊປະສົບການວ່າຖືກໄອໂຟນ 12 ບາດມືເຊັ່ນກັນ ຈາກກການອອກແບບທີ່ມີຫຼ່ຽມມຸມຂ້ອນຂ້າງຊັດເຈນ ຈົນເປັນກະແສໂດາງດັງໄປທົ່ວໂລກອອນລາຍ.
ທີ່ມາ: ຂ່າວສົດ