
ຫຼວງນ້ຳທາເຂັ້ມງວດກວດກາ ຫ່ວງໂຄວິດລະບາດ
5th December 2020ຫຼັງຈາກທີ່ມີແຈ້ງການດ່ວນ…! ຈາກຄະນະສະເພາະກິດ ແຂວງຫຼວງນໍ້າທາ ເພື່ອປ້ອງກັນ ສະກັດກັ້ນ ແລະ ຄວບຄຸມ ບໍ່ໃຫ້ເຊື້ອພະຍາດ ໂຄວິດ-19 ແຜ່ລາມອອກສູ່ວົງກວ້າງ ໂດຍໃຫ້ທຸກພາກສ່ວນເພີ່ມສະຕິລະວັງໂຕຫຼາຍຂຶ້ນກວ່າເກົ່າ.
ໃນນັ້ນ ທາງດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ກໍ່ໄດ້ຄຸມເຂັ້ມ ເພີ່ມທະວີກວດເຊື່ອພະຍາດໂຄວິດ-19 ຢ່າງເຂັ້ມງວດຂຶ້ນ…! ເພື່ອຄວາມປອດໄພຂອງທຸກຄົນ
ທັງນີ້ຄະນະຄຸ້ມຄອງເຂດເສດຖະກິດພິເສດຖະກິດພິເສດແຂວງຫຼວງນໍ້າທາ ສົມທົບກັບພາກສ່ວນກ່ຽວຂ້ອງ ເປັນເຈົ້າການໃນການສຶກສາອົບຮົມປະຊາຊົນ ແລະ ບັນດາຜູ້ປະກອບການໃຫ້ເພີ່ມທະວີສະຕິລະວັງຕົວ, ປະຕິບັດມາດຕະການສະກັດກັ້ນ-ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດໃຫ້ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ ບໍ່ໃຫ້ແຕກຕື່ນ.