
ດ່ວນລາວກວດພົບຜູ້ຕິດເຊື້ອອີກສອງຄົນ
7th December 2020ໄລຍະນີ້ທຸກຄົນຈະເຮັດຄືເກົ່າບໍ່ໄດ້ອີກແລ້ວ ຕ້ອງມີລະບຽບກັບຕົນເອງ ໄປໃສມາໃສໃຫ້ໃສ່ຜ້າອັດປາກໝັ່ນລ້າງມືໃສ່ສະບູ ແລະທີ່ສຳຄັນຕ້ອງຮັກສາໄລຍະຫ່າງທາງສັງຄົມໃຫ້ຫຼາຍ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19.
ຕາມລາຍງານຫຼ້າສຸດມື້ນີ້(7ທັນວາ 2020)ຂອງຄະນະສະເພາະກິດລາວກວດພົບອີກສອງຜູ້ຕິດເຊື້ອ ເຊິ່ງເດີນທາງມາຈາກຕ່າງປະເທດ ໃນນັ້ນ ຄົນໜຶ່ງແມ່ນແມ່ຍິງເປັນຄົນລາວ ແລະອີກຄົນເປັນຜູ້ຊາຍຊາວຣັດເຊຍ ສັງລວມແລ້ວມາຮອດປະຈຸບັນລາວມີຜູ້ຕິດເຊື້ອສະສົມທັງໝົດ 41 ກໍລະນີ.
ແນວໃດກໍ່ຕາມບັນດາຜູ້ຕິດເຊື້ອນັບແຕ່ 14 ຄົນທີ່ກວດພົບພ້ອມກັນລວມທັງສອງກໍລະນີນີ້ລ້ວນແມ່ນຜູ້ຕິດເຊື້ອທີ່ເປັນກໍລະນີນຳເຂົ້າມາແຕ່ນອກຍັງບໍ່ທັນແມ່ນການລະບາດພາຍໃນເທື່ອ ສະນັ້ນຂໍໃຫ້ທຸກຄົນມີສະຕິຢ່າຕື່ນຕົກໃຈຈົນເກີນໄປ ແຕ່ຢ່າສະລາໃຈ ເພາະພະຍາດຊະນິດນີ້ຕິດງ່າຍນານຫາຍແຖມຍັງເປັນໄພຄຸກຄາມຕໍ່ທົ່ວໂລກບໍ່ທັນມີວັກຊິນສະເພາະຂອງມັນເອງ.
ດັ່ງນັ້ນ, ການທີ່ຈະໄປໃສມາໃສ່ໃຫ້ໃສ່ຜ້າອັດປາກອັດດັງຄືກັນກັບຫວ່າງທີ່ມັນລະບາດໃໝ່ໆພວກເຮົາປະຕິບັດກັນ ພ້ອມນນີ້ຕ້ອງໝັ່ນລ້າງມືໃສ່ສະບູເປັນປະຈຳ ເອີ້ນວ່າມາດຕະຖານພື້ນຖານຕ້ອງບໍ່ປ່ອຍວາງ.