
ພິສູດຮັກແທ້ມາ 17 ປີ ໃນທີ່ສຸດຖືກຂໍແຕ່ງແລ້ວ ລູລູ່ ອາສະຫຍາມ
8th December 2020ນີ້ແມ່ນອີກໜຶ່ງເລື່ອງລາວ ທີ່ຊາວເນັດຫຼາຍຄົນຕ່າງໃຫ້ຄວາມສົນໃຈ ສຳຫລັບວ່າທີ່ເຈົ້າສາວຄົນຫຼ້າສຸດຂອງວົງການບັນເທີງ ສຳລັບ ລູລູ່ ອາສະຫຍາມ ເຊິ່ງຖືກແຟນຫນຸ່ມ ສຸຊາດ ທີ່ໄດ້ຄົບຫາກັນມາເປັນເວລາຫຼາຍກວ່າ 17 ປີ,
.
.
ສະເໜີຂໍແຕ່ງງານເພື່ອທ້າທາຍລົມຫນາວ ທີ່ໃນບັນຍາກາດແສນທຳມະດາ ແຕ່ເຕັມໄປດ້ວຍຄວາມຫວານຊື່ນສຸດໆ ເມື່ອວັນທີ່2 ທັນວາ ທີ່ຜ່ານມາ ໃນຂະນະທີ່ໄປທ່ຽວພັກຜ່ອນ ທີ່ມ່ອນແຈ່ມຈັງຫວັດຊຽງໃຫມ່ ໂດຍມີເພື່ອນຮັກຢ່າງ ລາລ່າ ເປັນຄົນຈັດແຈງທຸກຢ່າງ. ເຊິ່ງ ລາລ່າ ເອງໄດ້ລົງຂໍ້ຄວາມໂດຍກ່າວວ່າ
.
ບໍ່ຈຳເປັນຕ້ອງຫລູຫລາ, ຂອບໃຈ. ພຽງແຕ່ມີເຈົ້າຢູ່ຄຽງຂ້າງໆ ມັນກໍ່ມີຄວາມສຸກແລ້ວ. ເຈົ້າເປັນຫຼາຍກວ່າຄວາມຮັກ ເພາະເຈົ້ານັ້ນຄືທັງຫມົດຂອງຊີວິດ. ຜູ້ຊາຍທີ່ບໍ່ເຄີຍຫວານແລະອ່ອນໂຍນ, ຮັກ