
ບັນຫາແກ້ຍາກ ນັກເລງຂາຍຂອງເສດ
8th December 2020ບ້ານເຮົາກຳລັງພັດທະນາໃນຫຼາຍໆດ້ານໂດຍສະເພາະພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມຫຼາຍເສັ້ນໄດ້ຮັບການປັບປຸງ ແລະສ້າງໃໝ່ຈຳນວນໜຶ່ງໃຫ້ເທົ່າທຽມກັບສາກົນ ແຕ່ບັນຫາທີ່ຍັງແກ້ບໍ່ຕົກທີ່ມັກເກີດຂຶ້ນກັບໂຄງການກໍ່ສ້າງໃໝ່ໃນປະຈຸບັນຄື ໂຈນລັກນັອດ, ລັກເຫຼັກ ແລະຫຼ້າສຸດລັກສາຍໄຟເຍືອງທາງຢູ່ທາງດ່ວຍວຽງຈັນ-ວັງວຽງ.
ສຳລັບເສັ້ນທາງດ່ວນວຽງຈັນ-ວັງວຽງ ຕອນນີ້ຍັງບໍ່ທັນເປີດໃຊ້ຊ້ຳ ແຕ່ກັບມີໂຈນມາລັກຕັດສາຍໄຟເຍືອງທາງໆດ່ວນ 500 ກວ່າແມັດ ເສຍຫາຍ 45 ລ້ານກີບແລ້ວ.
ຕາມລາຍງານຂອງ ຄະນະລົງກວດກາຈຸດບົກພ່ອງຂອງທາງດ່ວນ ນັບແຕ່ຄືນວັນທີ 2 ທັນວາ ມາຮອດຄືນນີ້, ມີໂຈນມາລັກຕັດເອົາສາຍໄຟເຍືອງທາງດ່ວນຂະໜາດ 5×16 ແຕ່ K00+00ຫາ K03+00 ລວມຄວາມເສຍ( 520 ແມັດ) ຄິດເປັນເງິນ 45 ລ້ານກີບ, ຖືເປັນປະກົດການຫຍໍ້ທໍ້ອີກດ້ານທີ່ຂັ້ນເທິງຄວນຮີບດ່ວນແກ້ໄຂ.
ຄືຈັ່ງວ່າເຖິງພັກລັດຈະມີແນວທາງທີ່ດີ ນັກລົງທຶນມີໂຄງການຍອດຢ້ຽມພຽງໃດ ຖ້າຈິດໃຈ ແລະຄວາມຄິດຂອງປະຊາຊົນບໍໄດ້ຮັບການພັດທະນາກໍຍາກທີ່ບ້ານເຮົາຈະກ້າວໜ້າທັນໝູ່.
ດັ່ງນັ້ນ, ຜູ້ທີ່ມີແນວຄິດມັກງ່າຍຢາກລັກແຕ່ຂອງຄົນອື່ນກໍ່ຈົ່ງປ່ຽນແນວຄວາມຄິດສາ ຖ້າບໍ່ຢາກຮຽນ, ບໍ່ມັກການຮຽນ, ບໍ່ມີເງື່ອນໄຂເຂົ້າຮ່ຳຮຽນກໍ່ຈົ່ງຫາໂອກາດໄປເປັນກຳມະກອນສາ ຢ່າຫາລັກທຳລາຍສິ່ງກໍ່ສ້າງຂອງບ້ານເມືອງສານໍ!
ພາບ: ຢາ ໄມສົມເພັງ, ເນື້ອໃນຂ່າວ AeroLaos