
ອ້າວ! ໂຈນລ່ວງກ່ອນ ທາງດ່ວນບໍ່ທັນເປີດ ຫຼອບມາລັກຕັດສາຍໄຟເຍືອງທາງໜີຈ້ອຍ
8th December 2020ປະກົດການຫຍໍ້ທໍ້ຂີ້ລັກ, ງັດແງະ ໃນສັງຄົມລາວຍັງມີມາໃຫ້ເຫັນຢູ່ຕະຫຼອດ ໂດຍສະເພາະໃນເມືອງໃຫຍ່ ນະຄອນຫຼວງວຽງຈັນ, ດັ່ງເຫດການຫຼ້າສຸດ ໂຈນຫຼອຍລັກສາຍໄຟເຍືອງທາງດ່ວນ ທັ້ງທີ່ຍັງບໍ່ທັນໄດ້ເປີດທາງໃຊ້.
ຕາມລາຍງານຂອງຄະນະລົງກວດກາຈຸດບົກພ່ອງຂອງທາງດ່ວນ ນັບແຕ່ຄືນວັນທີ 2 ທັນວາ ມາຮອດຄືນນີ້, ມີໂຈນມາລັກຕັດເອົາສາຍໄຟເຍືອງທາງດ່ວນຂະໜາດ 5×16 ແຕ່ K00+00ຫາ K03+00.
ລວມຄວາມເສຍຫາຍ( 520 ແມັດ) ຄິດເປັນເງິນ 45 ລ້ານກີບ, ຖືເປັນປະກົດການຫຍໍ້ທໍ້ອີກດ້ານທີ່ຂັ້ນເທິງຄວນຮີບດ່ວນແກ້ໄຂ.
ພາບ: ຢາ ໄມສົມເພັງ
ເນື້ອໃນຂ່າວ: AeroLaos