
ໂພສເສົ້າ ຈູບສຸດທ້າຍອຳລາເມຍຮັກ
9th December 2020ເມົາແລ້ວຂັບໜຶ່ງສາເຫດຂອງການເກີດອຸບັດຕິເຫດຢູ່ບ້ານເຮົາ ເຊິ່ງຫຼາຍໆຄັ້ງຄົນບໍລິສຸດທີ່ບໍຮູ້ຈັກອີໂນ່ອີເນ່ຫຍັງຕ້ອງກາຍເປັນເຫຍື່ອຂອງພວກເມົາແລ້ວຂັບ, ຫຼາຍຄອບຄົວຕ້ອງສູນເສຍຄົນດີໆໄປຢ່າງບໍ່ມີວັນກັບຄືນມາຍ້ອນຈຳພວກທີ່ມັກດື່ມສິ່ງມືນເມົາແລ້ວຂັບລົດ ຫຼ້າສຸດນີ້ຫາກໍ່ພາກເມຍຂອງຊາຍໜຸ່ມຄົນໜຶ່ງໄປຕະຫຼອດການ.
ເລື່ອງນີ້ເສົ້າຮູ້ແລ້ວນໍ້າຕາໄຫຼ ກັບ ເລື່ອງລາວທີ່ສຸດຈະສະເທືອນໃຈ ກັບອຸບັດຕິເຫດທີ່ເກີດຂຶ້ນ ໃນວັນທີ 6/12/2020, ຜູ້ເປັນສາມີ ທີ່ໃຊ້ເຟສບຸກ Mrbo Cameraman ທີ່ໄດ້ໂພດພາບ ອໍາລາເມຍ ທີ່ສິ້ນລົມຫາຍໃຈ ຍ້ອນອຸບັດຕິເຫດ.
ເຊິ່ງເມຍຂອງລາວໄດ້ຂີ່ລົດຈັກ ແລ້ວຖືກຄູ່ກໍລະນີທີ່່ເມົາແລ້ວຂັບລົດໄວ ຕໍາເຂົ້າຢ່າງແຮງທີ່ທາງແຍກ ຈົນເຈັບສາຫັດ ແລະ ຖືກນໍາສົ່ງ ມາປິ່ນປົວທີ່ ໂຮງໝໍ 103, ແລະ ຄົນເຈັບໄດ້ເສຍຊີວິດໃນເວລາຕໍ່ມາ.
ຜົວ: “ນີ້ອາດຈະເປັນຈູບຄັ້ງສຸດທ້າຍ, ມີພຽງປະຕິຫານເທົ່ານັ້ນທີ່ຈະຊ່ວຍເຈົ້າໄວ້ໄດ້, ຟື້ນມາລົມກັບຂ້ອຍໄດ້ບໍ່
ຂ້ອຍຈະຢູ່ແນວໃດ ຖ້າບໍ່ມີເຈົ້ານຸດ ”
ຜົວ: “ກອດຄັ້ງສຸດທ້າຍ, ໄປດີເດີນາງເມຍນຸດ, ຜົວສຸດທີ່ຈະຍື້ຈະດຶງເມຍໄວ້ແລ້ວ, ເຮັດທຸກວີທີທາງແລ້ວ, ແຕ່ມັນກາຍື້ເວລາໄດ້ພຽງເທົ່ານີ້