
ງາມຄັກ! ຣີສອດ ປາຊີຟິກ ຂອງ ຄອບຄົວ ເຈ້ຍ-ໄຊ ກຽມໄປທ່ຽວກັນ
10th December 2020ໃຜທີ່ຕິດຕາມຄົນດັງ ຄົນເກັ່ງຢ່າງ ເຈ້ຍ ປາຊີຟິກ, ນັກຮ້ອງ, ນັກສະແດງ, ຜູ້ກຳກັບ ພໍ່ລູກ 2 ຢ່າງ ເຈ້ຍ ປາຊິຟິກ ກໍຄົງຮູ້ການເຄືອ່ນໄຫວ ວ່າຕອນນີ້ຄອບຄົວນີ້ກຳລັງເຮັດຫຍັງ
ເພາະກ່ອນໜ້ານີ້ເຄີຍໂພສໄວ້ແລ້ວວ່າກຳລັງສ້າງ ຣີສອດ ບ່ອນພັກຜ່ອນ, ແຫຼ່ງທ່ອງທ່ຽວຂອງຕົນ ຢູ່ ຫ້ວຍຫ້ອມ
ແລະ ຫຼ້າສຸດມາອັບເດດກັນແນ່ ເຈົ້າໂຕໄດ້ໂພສຜ່ານເຟດບຸກວ່າ
ລີສອດ ປາຊີຟິກ 50%ແລ້ວ ຍັງເຫລືອກໍ່ສ້າງ ອີກ 5ເດືອນ ພໍ້ກັນ ຄົນບໍຄືຫມູ່ລະ ເຮັດລີສອດ ກະບໍຄືຫມູ່ ອີກແລ້ວ ມາລີສອດ ປານຢູ່ປ່າ ອາເມຊອນພຸ້ນແລະ 555
ແນວໃດກໍກຽມໂຕມາສຳຜັດສະຖານທີ່ງາມໆແບບນີ້ໄດ້ເລີຍ ເຫັນແລ້ວແປກໃໝ່ ວິວງາມ ແລະ ຂໍບອກວ່າ ເຈ້ຍ ປາຊີຟິກທັງທີ ບໍ່ທຳມະດາແນ່ນອນ
.