
ອ້າວ! ຊາວລາວ 3ຄົນຊວຍ ຖືກນາຍໜ້າຕົວະຈະພາຂ້າມຝັ່ ສຸດທ້າຍຖິ້ມໄວ້ກາງທາງ ແຖມຖືກເຈົ້າໜ້າທີ່ໄທກັກຕົວໄດ້
11th December 2020ວັນທີ່ 8 ທັນວາ 20 ທີ່ຜ່ານມາ ເຈົ້າຫນ້າທີ່ໄທ ຈັບ 3 ຊາວລາວ ເປັນພົນລະເມືອງຂອງ ແຂວງສະຫວັນນະເຂດ ສປປ.ລາວ ລັກລອບຂ້າມແມ່ນ້ຳຂອງເຂົ້າໄທ ທີ່ອຳເພີເຂັມມະຣາດ ຈັງຫວັດອຸບົນຣາດຊະທານີ.
ແຕ່ໄປບໍ່ຮອດຈຸດຫມາຍ ທັງສາມຄົນຍັງໄດ້ບອກຕໍ່ເຈົ້າໜ້າທີ່ວ່າ ໄດ້ຈ່າຍເງີນໃຫ້ກັບນາຍຫນ້າໄປແລ້ວ ຄົນລະ 5.000 ບາດ ແຕ່ຮັບເງີນໄປແລ້ວຖິ້ມໄວ້ກາງທາງ.
ສຸດທ້າຍຖືກຈັບດຳເນີນຄະດີໃນຂໍ້ຫາຫລົບຫນີເຂົ້າເມືອງໂດຍຜິດກົດຫມາຍ.
ຂໍ້ມູນຈາກ: ຂ່າວອຸບົນ-ຈໍາປາສັກ ສໍາລັບປະຊາຊົນໄທ-ລາວ