
ປາດໂທ ອັນນີ້ມາໂຫດ! ໜຸ່ມໂຊເໜືອສວມວິນຍານຍອດນັກສືບ ຈັບຜິດແຟນສາວນອກໃຈດ້ວຍເງົາສະທ້ອນໃນດວງຕາ
28th December 2020ຖືວ່າເປັນອີກໜຶ່ງຂ່າວທີ່ກໍາລັງໄດ້ຮັບຄວາມສົນໃຈໃນໂລກອອນລາຍຫຼາຍໃນຕອນນີ້ ເມື່ອໃນຊ່ວງອາທິດທີ່ຜ່ານມາ ໄດ້ມີຜູ້ໃຊ້ ແອັບ tik tok ຊື່ @Samnunn4 ເປີດເຜີບວີດີໂອການຈັບຜິດແຟນນອກໃຈແບບສຸດລໍ້າ ຈົນມີໃຫ້ຄວາມສົນໃຈ ເຂົ້າເບິ່ງກວ່າ 8ແສນວິວ.
ໂດຍໃນຄລິບທີ່ຖືກນໍາມາເຜີຍແຜ່ນັ້ນ ເຫັນຜູ້ອັບຄລິບດັ່ງກ່າວກໍາລັງຖ່າຍພາບແຟນຂອງລາວລະຫວ່າງທີ່ນາງນອນຫຼິ້ນມືຖືຢູ່ເທິງຕຽງ ໂດຍຖືໂທລະສັບໃນມຸມທີ່ຝ່າຍຊາຍບໍ່ສາມາດເບິ່ງເຫັນໄດ້.
ແຕ່ເຖິງຢ່າງໃດກໍ່ຕາມ ດ້ວຍໄຫວພິບຂອງ @Samnunn4 ເຂົາກໍ່ຕັດສິນໃຈຊູມພາບເຂົ້າໄປໃນດວງຕາຂອງແຟນສາວ ຈົນເຫັນເງົາສະທ້ອນໜ້າຈໍໂທລະສັບ ແລະ ພົບວ່າ ສິ່ງທີ່ນາງກໍາລັງເຮັດຢູ່ນັ້ນ ບໍ່ແມ່ນການຫຼິ້ນເກມ ຫຼື ເລື່ອໂທລະສັບເບິ່ງຄລິບຫຼິ້ນແຕ່ຢ່າງໃດ ກົງກັນຂ້າມນາງກໍາລັງເບິ່ງພາບຜູ້ບ່າວ ໃນແອັບພລີເຄເຊິນຫາຄູ່ເດດຕ່າງຫາກ.
ໂດຍໃນຄລິບທີ່ຖືກເຜີຍແຜ່ນັ້ນ @Samnunn4 ໄດ້ຂຽນຄໍາບັນຍາຍໄວ້ວ່າ: ຂ້ອຍຄິດວ່າລາວກໍາລັງມ່ວນຢູ່ກັບການອົບເຂົ້າໜົມເສຍອີກ. ແນ່ນອນວ່າເມື່ອເລື່ອງລາວນີ້ຖືກເຜີຍແຜ່ອອກໄປ ກໍ່ມີຊາວເນັດຈໍານວນບໍ່ໜ້ອຍເລີຍທີ່ເຂົ້າມາສະແດງຄວາມຄິດເຫັນກ່ຽວກັບວີດີໂອນີ້ ເຊິ່ງຄົນສ່ວນຫຼາຍກໍ່ຈະຕື່ນເຕັ້ນກັບຄວາມສາມາດຂອງຜູ້ໂພສຄລິບດັ່ງກ່າວ ຈົນເປັນສຽງເວົ້າຢອກກັນວ່າ FBI ໜ້າຈະຮັບໜຸ່ມຄົນນີ້ໄປເຮັດວຽກນໍາ.
ທີ່ມາ: mirror, standardmedia และ tiktok