
ກຽມຊົມບົດບາດໃມ່ ຂອງໜຸ່ມ ຊານະ ຂວັນໃຈຊາວເນັດ ຮ່ວມຖ່າຍເອັມວີກັບ ເທິ ຢູນາ
8th January 2021ງານນີ້ເຫັນໂພສລຸງເທິ ເຈົ້າພໍ່ຜູ້ໄທ ຢູທູບເບີລະດັບຕົ້ນໆຂອງລາວ ສາວໆ ໜຸ່ມໆ ທີ່ຮັກໜຸ່ມ ຊານະ ມະນີຜົນ ນັກເຕະບານເບີ 17 ທີ່ໂດ່ງດັງໃນໂຊເຊວ ຊ່ວງການແຂ່ງຂັນບານເຕະທົ່ວປະເທດເພື່ອຂ່ຳນັບຮັບຕ້ອນວັນຊາດ 2 ທັນວາຄົບນອບ 45 ປີ ຜູ້ເປັນນ້ອງຊາຍ ພະເອກໜຸ່ມ ຊານົນ ເຮົານີ້ເອງ ໂດຍໃນໂພສຂອງ ເທິ ຢູນາ ໂພສມື້ນີ້ 8 ມັງກອນ 2021 ວ່າ
ຊະນີທັງຫລາຍຕ້ອງອິດສາລຸງກະຍ້ອນໂພສນີ້ແລະ
ເອັມວີເພງໃຫມ່ ເປີດກ້ອງມື້ອື່ນ “ຈັກມັນເປັນແນວເລີ”
ສະຫຼຸບກໍຄື ເປັນ ການຮ່ວມງານຂອງ “ເທິ ຢູນາ” ແລະ ໜຸ່ມ “ຊານະ” “ຊານົນ” ໃນເອັມວີເພງໃໝ່ ຂອງລຸງ ຖ້າຕິດຕາມນຳກັນ ວ່າເພງຫຍັງແນວໃດ
ຮັບຮອງວ່າບໍ່ຜິດຫວັງແນ່ນອນເປີດສາກຕ້ອນຮັບປີ 2021 ດ້ວຍ ຜົນງານ ເອັມວີເພງໃຫມ່ ເປີດກ້ອງມື້ອື່ນ
ແບບນີ້ ຊານະ ຂວັນໃຈຊາວເນັດ ເລີ່ມກ້າວເຂົ້າສູ່ວົງການບັນເທີງແລ້ວເດີ້ ແຟນໆຈະໄດ້ເຫັນໜຸ່ມນັກເຕະບານ ໃນອີກໜຶ່ງຄວາມສາມາດ ພ້ອມໂດດເດັ່ນໃນວົງການບັນເທີງ
ສາວໆທັງຫລາຍຕ້ອງອິດສາລຸງ ກໍຍ້ອນໂພສນີ້້ແຫລະເອັມວີເພງໃຫມ່ ເປີດກ້ອງມື້ອື່ນກຽມຮັບຊົມຜົນງານໃນໄວໆນີ້
.