
ງາມທັງຫຼານ ທັງປ້າ ເຂື່ອນ K-OTIC ກັບລູກສາວ ຂອງ ຈອງເບ
15th January 2021ສ່ອງສິນລະປິນທີ່ໄວລຸ້ນຍຸກ 90 ຮູ້ດີ ກັບວົງ K-OTIC ທີ່ມີຜົນງານຫຼາກຫຼາຍເພງ ທີ່ຫຼາຍຄົນຮ້ອງນຳໄດ້ ແລະ ໂດ່ງດັງສຸດໆໃນຊ່ວງນັ້ນຢ່າງເພງ ເຫງົາປາກ, ຮັກໄມ່ໄດ້ ຫຼື ໄມ່ໄດ້ລັກ , ໄຮ້ດຽງສາ … ທັງເພງເສົ້າ ເພງເຕັ້ນ ໄວ ຊ້າ ທີ່ຖືວ່າເປັນເພງທີ່ໄວລຸ້ນຟັງ ແລະ ກໍຍັງຟັງໄດ້ຢູ່ ເປັນບອຍແບນ 5 ໜຸ່ມດ້ວຍກັນ ມີ ປ໋ອບປີ້, ເຂື່ອນ, ໂຕໂມະ, ຈອງເບ ແລະ ເຄນຕະ ຄ້າຍ Kamikaze
ທີ່ຫຼ້າສຸດພວກເຂົາໄດ້ກັບມາຮ່ວມໂຕກັນອີກຄັ້ງ ຫຼັງ ແຍກຍ້າຍກັນໄປຮຽນ ສ້າງຄອບຄົວ ເຮັດວຽກໃຜມັນ ຫຼາຍປີເຕີບ ຄັ້ງນີ້ພວກເຂົາກັບມາພ້ອມກັບການໂຄເວີເພງຂອງ UrboyTJ ເພື່ອເປັນບົດເພງຂອບໃຈທີ່ແຟນຄັບຍັງບໍ່ລືມ ແລະ ຍອມຮັບໃນສິ່ງທີ່ພວກເຂົເປັນ ຟັງໄດ້ທີ່ນີ້
ເຊິ່ງຄົນທີ່ເຮົາເອງກຫາກໍຮູ້ຫຼັງຈາກທີ່ແຍກຍ້າຍກັນ ໜ້າຈະເປັນ ເຂື່ອນ ເພາະວ່າລາວມັກຜູ້ຊາຍ ແລະ ແຕ່ງໂຕເປັນຜູ້ສາວ ເຊິ່ງແຕ່ລະຊຸດເລີດສຸດໆ
ແລະ ຫຼ້າສຸດ ເມື່ອ ເຂື່ອນ K-OTIC ໄປຢ້ຽມລູກຂອງ ຈົງເບ ສິນລະປິນໃນວົງ K-OTIC ກໍໄດ້ຕັດຊຸດຕັດຊຸດໜ້າຮັກໆໄປໃຫ້ ນ້ອງ ດາລິນ
.
ບອກໄດ້ເລີຍວ່າ ໜ້າຮັກທັງປ້າທັງຫຼານເລີຍແຫຼະ.
.
ສຳລັບໃຜທີ່ຄິດຮອດ ເຄໂອຕິກ ກໍໄປເຊີດສຟັງເພງເກົ່າໆຂອງພວກເຂົາ ແລະ ຕິດຕາມຜົນງານຕ່າງໆຂອງແຕ່ລະຄົນໄດ້ເດີ້