
ຍັງບໍ່ໝົດ ມື້ນີ້ພົບຜູ້ຕິດເຊື້ອໂຄວິດ 19 ເພີ່ມໃໝ່ອີກ 2 ຄົນ ໃນລາວ
22nd January 2021ຈາກການຖະແຫຼ່ງການ ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ລາຍງານຢ່າງເປັນທາງການ ພົບຜູ້ຕິດເຊື້ອ Covid-19 ເພີ່ມ 2 ກໍລະນີ
ກໍລະນີ 42 ແຂວງ ຫຼວງນ້ຳທາ ເພດຊາຍ ສັນຊາດຈີນ ເຂົ້າມາຈາກໄທ ຂ້າມມາແຂວງບໍ່ແກ້ວ ສປປ ລາວ
ກໍລະນີ 43 ແຂວງ ຈຳປາສັກ ເພດຍິງ ອາຍຸ 33 ປີ ຈາກແຂວງຈໍາປາສັກ ກັບມາຈາກປະເທດໄທ
(ທັງສອງກໍລະນີແມ່ນລັກລອບເຂົ້າມາພາຍໃນປະເທດ)
ທັງ 2 ກໍລະນີແມ່ນໄດ້ຖືກກັກຕົວ ແລະ ກຳລັງຮັບການປິ່ນປົວຢູ່ສູນ ແລະ ນອກຈາກນັ້ນແມ່ນຍັງຕິດຕາມອາການອີກ 189 ກໍລະນີ
ໃຫ້ທຸກທ່ານຢ່າໄດ້ຖືເບົາ ແລະ ຫຼີກລ່ຽງຈຸດສ່ຽງເຊັ່ນ ເຂດທີ່ມີຄົນໜາແໜ້ນແອອັດ ຮັກສາໄລຍະຫ່າງ ແລະ ຮັກສາຄວາມສະອາດຕະຫຼອດເວລາ