
ດີໃຈນຳ ລູກນໍ້າ ທິດາລັດ ໄດ້ຮັບລາງວັນ Lao Star Model Award 2020 ຈາກ ສ ເກົາຫຼີ ແລ້ວ ບອກເປັນລາງວັນແລກໃນຊີວິດເລີຍ
5th February 2021ດັ່ງທີ່ກ່ອນໜ້ານີ້ ຫຼາຍຄົນທີ່ອ່ານຂ່າວຄົງຮູ້ແລ້ວວ່າ ສາວລາວ ໜຶ່ງດຽວ ໄດ້ຮັບລາງວັນຈາກ ເກົາຫຼີ ຄື ລູກນ້ຳ ທິດາລັດ ທີ່ໄດ້ຮັບລາງວັນ Lao Star Model Award 2020 ຈາກ ສ ເກົາຫຼີ ເປັນຄົນລາວຄົນທຳອິດ ທີ່ໄດ້ຮັບ ລາງວັນນີ້ Asia Model Festival
ຄັ້ງນີ້ສາວລູກນ້ຳໄດ້ໂພສພາບ ແລະ ຂໍ້ຄວາມບອກວ່າ ເປັນລາງວັນແລກໃນຊີວິດເລີຍດີໃຈເວີ້ໆໆໆໆ ກອດໆໆໆ ຂອບໃຈ Stave ແລະ ອ້າຍ ເຜັດ ລາວສະຕາຮ ຂອບໃຈທີມງານທຸກໆຄົນ
ແລະ ຂອບໃຈຄອບຄົວນ້ຳ ແຟນຄັບ ແລະຄົນທີ່ຮັກນ້ຳທຸກໆຄົນ
ຈາກພາບ ແລະ ວິດີໂອ ເຫັນໄດ້ຊັດວ່າ ສາວ ລູກນ້ຳ ທິດາລັດ ນາງສາວລາວ 2011 ດີໄດ້ສຸດໆ ໄດ້ສຳຜັດຂອງແທ້ແລ້ວ ລາງວັນ Lao Star Model Award 2020 ສົ່ງກົງຈາກ Korea ແນວໃດກໍດີໃຈນຳເດີ້