
ລາວໄດ້ຮັບ ນ້ຳມັນພືດ 134 ໂຕນ ຈາກລັດຊ່ວຍ ເພື່ອມອບໃຫ້ປະຊາຊົນຂອງບັນດາແຂວງພາກໃຕ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ
11th February 2021ຊົມເຊີຍ! ຣັດເຊຍ ຊ່ວຍເຫຼືອນ້ຳມັນພືດ 134 ໂຕນ ເພື່ອມອບໃຫ້ປະຊາຊົນຂອງບັນດາແຂວງພາກໃຕ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ
ໃນວັນທີ 8 ເດືອນກຸມພາ ປີ 2021, ເອກອັກຄະລັດຖະທູດສະຫະພັນຣັດເຊຍປະຈຳລາວ ທ່ານ ວລາດີມີຣ ກາລີນິນ ຮ່ວມກັບຜູ້ຕາງໜ້າຂອງອົງການອາຫານໂລກ (WFP) Jan Delbaere ໄດ້ມີສ່ວນຮ່ວມໃນການຈັດສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາໃນນະຄອນຫຼວງວຽງຈັນ (ນໍ້າມັນພືດ 134 ໂຕນ),
.
ສະໜອງໂດຍຣັດເຊຍໂດຍຜ່ານອົງການ UN WFP ດ້ວຍທຶນຈັດສັນໂດຍກະຊວງສຸກເສີນຣັດເຊຍ ແລະ ມີຈຸດປະສົງເພື່ອໃຫ້ການຊ່ວຍເຫລືອປະຊາຊົນຂອງບັນດາແຂວງພາກໃຕ້ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ໄພພິບັດທາງທຳມະຊາດອື່ນໆ.
Cr: Russian Embassy in Laos