
ຄູອາສາ ປ່ວຍໜັກຂອງສັດທາຈາກສັງຄົມ
12th February 2021ເປັນເລື່ອງລາວທີ່ເວົ້າກັນກັບໄປກັບມາບໍ່ຈົບສິ້ນເພາະຄູອາສາຍັງຫຼາຍພັນຄົນໃນທົ່ວຟ້າເມືອງລາວ ແອັດຊົມເຊີຍໃນຄວາມອົດທົນເຖິງວີ່ແວວໄດ້ເຂົ້າລັດມືດຕືບແນມໜ້າບໍເຫັນແຕ່ຍັງອົດທົນສູ້ໄປແບບບໍ່ຮູ້ອະນາຄົດ ຫຼາຍຄົນສອນມາເປັນ 7-8 ປີກໍ່ບໍມີມື້ເປັນຂອງເຮົາກໍຍັງກັດແຂ້ວເດີນຕາມຝັນບໍ່ລົດລະ.
ມື້ນີ້ເຮົາມາເບິ່ງຄູອາສາອອີກູົນທີ່ຕອນນີ້ກຳລັງຕົກທຸກໄດ້ຍາກ ມີພະຍາດມາບຽດບຽນຕອນນອນປິ່ນປົວ ແລະເງິນຄຳບໍ່ມີຈິ່ງຂໍສັດທາຈາກສັງຄົມຊ່ວຍຄົນລະໜ້ອຍໃຫ້ໄດ້ດຳເນີນຊີວິດຕໍ່ໄປ.
ໜຸ່ມອາສາຄົນນີ້ຊື່ວ່າ ຊື່ທ້າວທັດສະນີ ເປັນຄູສອນຢູ່ ບ້ານຄັງວຽງ ເມືອງຫມອກ ແຂວງຊຽງຂວາງໃນໄລຍະ6ປີເຊິ່ງຕອນນີ້ຜູ້ກ່ຽວໄດ້ປ່ວຍເປັນໂລກມະເຮັງຕ່ອມນ້ຳເຫຼືອມາໄດ້ 3ປີແລ້ວຄ່າປິ່ນປົວແມ່ນໝົດຫລາຍບໍມີເງີນພໍທີຈະປິ່ນປົວຕໍ່ ທາງຄອບຄົວກໍຂາດເຂີນເງີນຄຳເມຍກະໄດ້ຖືພາຄາທ້ອງຈິງມາຂໍວອນສັງຄົມຊ່ວຍເຫລືອຈາກຜູ້ໃຈບຸນ.
ຜູ້ກຽ່ວໄດ້ອາໄສຢູ່ ບ້ານ ຄັງວຽງເມືອງຫມອກ ແຂວງຊຽງຂວາງຫາກມີແນວສອບຖາມສາມາດໂທຕິດຕໍ່ໄດ້ທີ່ ເບີໂທ 0309535718, 02097927471.