
ແຕ່ງໜ້າແນວໃດ ? ເວລາ “ໃສ່ຜ້າອັດປາກ” ແລ້ວບໍ່ເປື້ອນເຄື່ອງສຳອາງ
9th February 2020ບໍ່ວ່າຈະເປັນຊ່ວງໃດ ສຳລັບສາວໆ ທີ່ມັກໃສ່ຜ້າອັດປາກ ຫຼື ແພ ອັດປາກເພື່ອກັນຝຸ່ນ ກັນແດດ ຄົງເປັນຄືກັນຄື ເຄື່ອງສຊາອາງຈະຕິດຜ້າອັດປາກ ເຄື່ອງສຳອາງເປື້ອນໝົດ! ໃຜທີ່ກຳລັງມີບັນຫານີ້ ລອງມາເບິ່ງເຄັດລັບທີ່ຊ່ວຍຫຼຸດຜ່ອນບັນຫານີ້ນຳກັນ.
ໃຊ້ກັນແດດແບບນໍ້າ ຫຼື ແບບຄຸມມັນ
ເຖິງວ່າຈະໃສ່ຜ້າອັດປາກ ແຕ່ກໍຕ້ອງທາກັນແດດປົກກະຕິ, ແຕ່ຖ້າໃຜໃຊ້ເປັນແບບເນື້ອຄຣີມ ຂໍແນະນຳໃຫ້ປ່ຽນເປັນແບບນໍ້າທີ່ແຫ້ງໄວ, ຊຶມຕິດຜິວ ຫຼື ເປັນແບບຄວບຄຸມຄວາມມັນ ທີ່ບໍ່ມີສ່ວນປະສົມຂອງນໍ້າມັນ ເພື່ອບໍ່ໃຫ້ເວລາລົງເຄື່ອງສຳອາງໃນຂັ້ນຕອນຕໍ່ໄປແລ້ວມີການແຍກຊັ້ນອອກມາຈົນເປື້ອນຜ້າອັດປາກນັ້ນເອງ.
ທາຮອງພື້ນພຽງບາງຈຸດ ແລະ ໃຊ້ແບບເນື້ອແມັດ
ຄວນເລືອກຄຣີມຮອງພື້ນແບບແມັດ (Matte) ທີ່ມີເນື້ອບາງເບົາ ແລ້ວລົງສະເພາະຈຸດທີ່ຄິດວ່າມີບັນຫາ ເຊັ່ນ ແຕ້ມເທິງຮອຍສິວພຽງເລັກໜ້ອຍພໍໃຫ້ສາມາດປົກປິດສິວໄດ້ ຫຼື ບໍລິເວນໜ້າຜາກທີ່ຕ້ອງສຳຜັດກັບພາຍນອກຫຼາຍກວ່າສ່ວນອື່ນ ໂດຍຄວນເລືອກຮອງພື້ນທີ່ມີເນື້ອແຫ້ງໄວ ແລະ ລົງແບບເບົາໆ ເພື່ອບໍ່ໃຫ້ເປັນຄາບງ່າຍ ແລະ ຫຼຸດໄວ.
ໃຊ້ແປ້ງຝຸ່ນຄຸມມັນປັດເບົາໆ
ໄລຍະນີ້ໃຫ້ງົດໃຊ້ແປ້ງປະສົມຮອງພື້ນໄປກ່ອນ ເພາະແປ້ງປະສົມຮອງພື້ນນັ້ນຈະຫຼຸດອອກ ແລະ ຕິດມາກັບຜ້າອັດປາກໄດ້ງ່າຍຫຼາຍ ພ້ອມທັງຍັງເປັນສີດຽວກັບຮອງພື້ນເຊິ່ງມີຄວາມເຫຼືອງໆ ຕັບໝູໆ ເວລາຕິດມາກັບຜ້າອັດປາກກໍຈະເບິ່ງຄືເປື້ອນຫຼາຍ. ແນະນຳໃຫ້ໃຊ້ແປ້ງຝຸ່ນມາຕົບຄ່ອຍໆເພື່ອທັບຮອງພື້ນທີ່ລົງໄວ້ແລ້ວ ຈະຊ່ວຍໃຫ້ຮອງພື້ນນັ້ນຕິດທົນບໍ່ຫຼຸດງ່າຍ ເວລາແປ້ງຫຼຸດກໍຈະບໍ່ເປັນສີເປື້ອນໆນັ້ນເອງ.
ບໍ່ຄວນປັດແກ້ມ ແລະ ງົດການເສດດິ້ງໄປກ່ອນ
ປິດໜ້າປິດຕາແບບນີ້ແລ້ວບໍ່ຈຳເປັນຕ້ອງປັດແກ້ມກໍໄດ້ ຫຼື ຖ້າໃຜທີ່ບໍ່ປັດບໍ່ໄດ້ແທ້ໆ ແນະນຳໃຫ້ໃຊ້ລິບສະຕິກແບບຈຸ່ມ ຫຼື ບລັຊອອນແບບນໍ້າ ແຕະລົງໄປໃຫ້ຕິດຜິວກ່ອນລົງຮອງພື້ນ, ງົດການປັດແກ້ມແບບຝຸ່ນເພື່ອບໍ່ໃຫ້ມີສີຫຼຸດອອກມາ. ສ່ວນເສດດິ້ງ (Shading) ທີ່ຈະເອົາມາຄອນທົວໜ້ານັ້ນ ແນະນຳໃຫ້ງົດໃຊ້ໄປກ່ອນ ເພາະເສດດິ້ງນີ້ເປັນໂຕທີ່ຫຼຸດຕິດມາກັບຜ້າອັດປາກໄດ້ງ່າຍ, ຖ້າຢາກຄອນທົວໜ້າຄວນລົງສະເພາະບໍລິເວນໜ້າຜາກແບບບາງໆ. ສ່ວນຂອບໜ້ານັ້ນແນວໃດກໍຍັງມີຜ້າອັດປາກປິດໄວ້ຢູ່ແລ້ວບໍ່ຈຳເປັນຕ້ອງແຕ້ມກໍໄດ້.
ທາລິບທິ້ນ ຫຼື ລິບແມັດທີ່ຕິດທົນເທົ່ານັ້ນ
ໃຜທີ່ຢ້ານວ່າປາກຈະຈືດໂພດ ແນະນຳໃຫ້ທາລິບທິ້ນແບບນໍ້າ ເຊິ່ງຈະມີຄວາມກົມກືນໄປກັບຮິມສົບຂອງເຮົາ ແລະ ບໍ່ເຮັດໃຫ້ເປື້ອນຕິດໜ້າກາກອີກດ້ວຍ ຫຼື ຖ້າຢາກໄດ້ສີທີ່ແຈ້ງຂຶ້ນມາກໍລອງໃຊ້ເປັນລິບແບບຈຸ່ມເນື້ອແມັດ ແລະ ເລືອກແບບທີ່ຕິດທົນແທ້ໆທີ່ບໍ່ມີສີຕິດອອກມານຳເລີຍ ໂດຍຫຼັງຈາກທາແລ້ວໃຫ້ໃຊ້ທິຊຊູເຊັດ ແລະ ທາທັບດ້ວຍແປ້ງຝຸ່ນທຳມະດາອີກເທື່ອໜຶ່ງໃຫ້ລິບແໜ້ນຕິດທົນບ ບໍ່ເປື້ອນຜ້າອັດປາກໄດ້ງ່າຍ.
ຂໍ້ມູນ : Sanook