
ເຮັດໂຫດແທ້ບ່າວອັນນີ້! ລັກແຫວນແຟນສາວອີກຄົນໄປຂໍແຟນສາວອີກຄົນແຕ່ງງານ
17th February 2021ເອີ້ນໄດ້ວ່າມາແຮງໃນໂຊຊຽວຫຼາຍ ສໍາລັບຂ່າວຊາຍໜຸ່ມຈາກຟໍລີດາ ທີ່ຂໍແຟນສາວແຕ່ງງານ ໂດຍໃຊ້ແຫວນແຕ່ງງານ ທີ່ລັກມາຈາກແຟນສາວອີກຄົນໜຶ່ງຂອງເຂົາເອງ,ເຊິ່ງເຫດກສານດັ່ງກ່າວເກີດຂຶ້ນໃນເມືອງອໍເຣນ ຊີຕີ້ ລັດຟໍຣິດາ ປະເທດສະຫະລັດອາເມລິກາ.
ໂດຍເຈົ້າໜ້າທີ່ຕໍາຫຼວດໄດ້ອອກຫຼາຍຈັບທ້າວ Joseph Davis ໄວ 48ປີ ໃນຂໍ້ຫາລັກຂະໂມຍ ໂດຍຜູ້ແຈ້ງຄວາມຈັບເຂົານັ້ນເປັນຍແຟນສາວຂອງເຂົາເອງ ໂດຍທີ່ຍິງຄົນດັ່ງກ່າວພົບວ່າໜຸ່ມຄົນນີ້ ໄປຂໍໝັ້ນກັບຍິງອື່ນ ດ້ວຍເຫດນີ້ຈຶ່ງເຮັດໃຫ້ນາງໄປສ່ອງໜ້າເພຈເຟສບຸກຂອງຄູ່ໝັ້ນຄົນໃໝ່ຂອງແຟນໜຸ່ມ ເມື່ອເລື່ອນລົງໄປກໍ່ພົບແຫວນໝັ້ນ ເຊິ່ງເປັນຂອງນາງເອງ ທີ່ໃຊ້ໃນງານແຕ່ງກ່ອນໜ້ານັ້ນ(ເຊິ່ງບໍ່ແມານແຕ່ງກັບໂຈເຊັບເດີ້)
ດ້ວຍເຫດນີ້ ນາງຈຶ່ງໄປຄົ້ນເບິ່ງວ່າແມ້ນແຫວນຂອງຕົນເອງຫຼືບໍ່ ເຊິ່ງກໍ່ພົບວ່າມັນຫາຍໄປແທ້ ນາງຈື່ງແຈ້ງຄວາມຈັບ ຈົນນໍາມາເຊິ່ງເຈົ້າໜ້າທີ່ອອກໝາຍຈັບດັ່ງກ່າວ. ຂະນະດຽວກັນຍິງສາວຄູ່ໝັ້ນຄົນໃໝ່ທີ່ສວມແຫວນຢູ່ນັ້ໜ ກໍ່ຍອມສົ່ງແຫວນຄືນ ແລະ ບອກວ່ານາງບໍ່ມີສ່ວນຮ່ວມຕໍ່ສິ່ງທີ່ເກີດຂຶ້ນ.
ທັ້ງນີ້ ຍິງສາວທັງສອງຄົນຍັງບອກອີກວ່າຊາຍໜຸ່ມແຟນຂອງຕົນນັ້ນ ຊື່ Joe Brown ແລະ ຊື່ Marcus Brown ເຊິ່ງມັນບໍ່ກົງກັບຊື່ຂອງທ້າວ Joseph ເລີຍ
ນອກຈາກນີ້ສາວຄູ່ໝັ້ນຄົນໃໝ່ຍັງບອກອີກວ່າ ທ້າວ Joseph ເຄີຍພາຕົນໄປທີ່ເຮືອນຂອງແຟນສາວຜູ້ທີ່ທ້າວໂຈເຊັບລັກແຫວນມາ ແລະ ບອກວ່າເປັນເຮືອນຂອງຕົນເອງ ພ້ອມຊວນນາງໄປຢູ່ນໍາອີກ.
ເອີ້ນໄດ້ວ່າຊາຍໜຸ່ມຄົນນີ້ ຕົວະເປັນເລີດ ໃຊ່ຄໍາເວົ້າຫຼອກລວງຍິງສາວໄປທົ່ວ ແຖມຫຼັງກວດຂໍ້ມູນແລ້ວ ຍັງພົບວ່າຜູ້ກ່ຽວຖືກຈັບຂໍ້ຫາປອມແປງຂໍ້ມູນຂອງຕົວເອງມາແລ້ວຫຼາຍຄັ້ງ. ສ່ວນຕອນນີ້ຜູ້ກ່ຽວແມ່ນຖືກຝາກຂັງໄວ້ ແລະ ກຽມຕົວຂຶ້ນສານແລ້ວ.