
ດີໃຈກັນຢ່າງໃໝ່ BCELone ອັບເດດໃໝ່ ສາມາດເລືອກຮູບຕາມໃຈປ່ຽນໂປຟາຍໄດ້ແລ້ວ
24th February 2021ບອກເລີຍວ່າມື້ນີ້ ຫຼາຍຄົນປະທັບໃຈການບໍລິການຂອງ BCELone ທີ່ນະຕອນນີ້ ສາມາດປ່ຽນຮູບໂດຍການເບືອກໃສ່ຮູບຕົນເອງຕາມໃຈໄດ້ແລ້ວ
ຫຼາຍໆຄົນລອງແລ້ວ ໄດ້ໂປຟາຍໃໝ່ມື້ນີ້ຫຼາຍຄົນແລ້ວ
.
ແຟນຂ່າວເດ ປ່ຽນແລ້ວບໍ່ ໄດ້ຮູບໃດໂຊໃຫ້ເບິ່ງແນ່
ເປັນການເອົາໃຈລູກຄ້າອີກຮູບແບບໃໝ່ຫຼ້າສຸດ ຂອງ BCELone ທີ່ອັບເດດມາໃຫ້ເຮົາສາມາດເລືອກຮູບເຮົາເອງຕາມໃຈໄດ້ ໂດຍທີ່ບໍ່ຕ້ອງຖ່າຍຮູບແບບເກົ່າ ໂດຍເພີ່ມປຸ່ມເລືອກຮູບ ແລ້ວເຮົາກໍຄົນ ເຂົ້າຄັງພາບ ເລືອກພາບທີ່ເຮົາຕ້ອງການໄດ້ເລີຍ ແລ້ວກໍກົດບັນທຶກເທົ່ານີ້ເຮົາກໍໄດ້ໂປຟາຍໃໝ່ແບບທີ່ເຮົາຕ້ອງການໄດ້ແລ້ວ
ແຕ່ຕ້ອງເປັນຮູບເຮົາເຈົ້າຂອງເອງເທົ່ານັ້ນເດີ້ ເພາະຮູບແທ້ທາງລະບົບກໍບັນທຶກໄວ້ຢູ່ທະນາຄານ
.