
ອຸ່ນໃຈຂຶ້ນ! ມີແຜນສ້າງສູນກູ້ໄພສຸກເສີນເຂດພູເກົ້າຫຼັກ
24th February 2021ເສັ້ນທາງກາສີ-ເມືອງນານ ຜ່ານພູເກົ້າຫຼັກເວົ້າໄດ້ວ່າເປັນເສັ້ນທາງຈາກນະຄອນຫຼວງສູ່ຫຼວງພະບາງທີ່ສັ້ນທີ່ສຸດ ຈິ່ງບໍ່ແປກທີ່ຜູ້ຂັບຂີ່ທັງຫຼາຍມັກນຳໃຊ້ເສັ້ນທາງນີ້ ເພື່ອເດີນທາງ ແລະຂົນສົ່ງ ແຕ່ກໍ່ເປັນເລື່ອງທີ່ໜ້າເສົ້າເພາະທີ່ຜ່ານມາມັກເກີດອຸບັດຕິເຫດຢູ່ທາງເສັ້ນນີ້ເຂດພູເກົ້າຫຼັກຫຼາຍຕໍ່ຫຼາຍຄັ້ງສ່ວນໜຶ່ງແມ່ນເຖິງແກ່ຊີວິດ.
ສະນັ້ນ ເພື່ອເປັນການຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດຢູ່ເຂດພູເກົ້າຫຼັກ ແຂວງວຽງຈັນ ມີແຜນສ້າງສູນກູ້ໄພສຸກເສີນຢູ່ເຂດຕີນພູເກົ້າຫລັກ, ເມືອງກາສີ ເພື່ອຊ່ວຍເຫລືອຄົນເຈັບສຸກເສີນ ໂດຍສະເພາະຈາກອຸບັດຕິ ເຫດທີ່ເກີດຂຶ້ນຢູ່ເຂດພູເກົ້າຫລັກ ເພື່ອສາມາດຊ່ວຍຜູ້ປະສົບອຸບັດຕິເຫດໄດ້ໄວຍິ່ງຂຶ້ນ.
ສຳນັກຂ່າວວິທະຍຸແຫ່ງຊາດ ໄດ້ສຳພາດ ທ່ານ ດຣ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນແຈ້ງວ່າ: ແຂວງວຽງຈັນ ມີແຜນສ້າງເມືອງກາສີ ເປັນເມືອງຊ່ວຍເຫລືອກູ້ໄພສຸກເສີນທາງຖະໜົນ ໂດຍສະເພາະຢູ່ເຂດພູເກົ້າຫລັກ ເພາະໄລຍະຜ່ານມາຢູ່ເຂດດັ່ງກ່າວມີອຸບັດຕິເຫດເກີດຂຶ້ນຢ່າງຕໍ່ເນື່ອງ ແຕ່ການຊ່ວຍເຫລືອສຸກເສີນຂອງໜ່ວຍງານກ່ຽວຂ້ອງເປັນໄປໄດ້ຍາກ ແລະ ບໍ່ທັນໄດ້ດີເທົ່າທີ່ຄວນຍ້ອນພູເກົ້າຫລັກຢູ່ໄກຈາກຕົວເມືອງກາສີ.
ດັ່ງນັ້ນ, ພະແນກສາທາລະນະສຸກແຂວງ ມີແຜນການຈະສ້າງສູນກູ້ໄພສຸກເສີນຢູ່ເຂດຕີນພູດັ່ງກ່າວຂຶ້ນ ໂດຍຈະສະໜອງອຸປະກອນກູ້ໄພ, ລົດກູ້ໄພ, ສົ່ງແພດໝໍ ແລະ ອາສາສະໝັກຈາກອົງການກາແດງແຂວງໄປປະຈຳຢູ່ສູນແຫ່ງນີ້. ນອກຈາກນີ້ ຈະຕັ້ງຕູ້ເລືອດຢູ່ໂຮງໝໍເມືອງກາສີ ເພື່ອນຳໃຊ້ໃນກໍລະນີສຸກເສີນທີ່ເກີດຂຶ້ນ.Cr: ບຸນຕຽງ ຈັນທະວົງ