
ຂອງຂວັນທີ່ດີທີ່ສຸດ ຫຼ້າຊ້ອຍ Top5 Miss Universe Laos 2019 ຖືພາແລ້ວເດີ້ສາວ
26th February 2021ຍິນດີນຳ ສາວແອ ຫຼ້າຊ້ອຍ Top5 Miss Universe Laos 2019 ມີທາຍາດແລ້ວ ຫຼັງຫວ່າງທ້າຍປີໄດ້ສ້າງຄອບຄົວກັບແຟນໜຸ່ມໄປ
ປັດຈຸບັນໄດ້ເປັນແມ່ຄົນແລ້ວເດີ້ ຈາກໂພສຂອງຫຼ້າຊ້ອຍ ສຸນິສາ ວິໄລຄໍາ ວ່າ ໄດ້ຂອງຂວັນແຕ່ເຊົ້າ ຂອງຂວັນທີ່ດີທີ່ສຸດ
ໜ້າຊິຄືໃຜນໍ້ ຄືພໍ່ຝອດ ຫຼື ແມ່ຫຼ້າຊ້ອຍ
ທັງນີ້ຂໍສະແດງຄວາມຍິນດີນຳ ອີກບໍ່ດົນຕຄົງໄດ້ພໍ້ໜ້າກັນເດີ້ລູກ
ສຸນິສາ ວິໄລຄໍາ ເກີດຢູ່ບ້ານຮາມໃຕ້ ເມືອງຊໍາເໜືອ ແຂວງຫົວພັນ ເປັນ Air hostess ຢູ່ ສາຍການບິນ Lao Skyway
ປະຈຸບັນຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ຈົບການສຶກສາມາຈາກ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ສາຍຄູພາສາອັງກິດ ລະດັບປະລິນຍາຕີ
ຫຼັງຈາກທີ່ຈົບການປະກວດ ແຕ່ສາວຄົນນີ້ນັບວ່າຢູ່ໃນກະແສຕະຫຼອດເວລາ ເພາະເປັນຄົນທີ່ມັກຖ່າຍຮູບ ຖ່າຍແບບຢູ່ສະເໝີ ຫຸນດີ ໜ້າຕາຄົມ ຈຶ່ງມີຖານແຟນຄັບ ຄົນຕິດຕາມຫຼາຍສົມຄວນ ສຳລັບສາວໜ້າຊ້ອຍ
.