
ຕ້ອນຮັບດ້ວຍຄວາມອົບອຸ່ນ ຖືກປ່ອຍໂຕແລ້ວ ສໍລະຍຸດ
14th March 2021ປ່ອຍໂຕເປັນທີ່ຮຽບຮ້ອຍ ມື້ທີ່ຫຼາຍໆຄົນລໍຖ້າ ຕາມຂ່າວວ່າຈະປ່ອນຍວັນທີ 15 ມີນາ 2021
ຫຼ້າສຸດ ໄດ້ອອກມາຈາກຫ້ອງຂັງເປັນທີ່ຮຽບຮ້ອຍ ຫຼາຍຄົນຮ່ວມຕ້ອນຮັບ ຍິນດີ ລໍຖ້າ
.
ໃຜກໍຄົງຈະຮູ້ດີວ່າ ສໍລະຍຸດ ຖືກຈັບຍ້ອນ ຖານສະໜັບສະໜູນເຈົ້າພະນັກງານຂອງລັດເຮັດຜິດດ້ວຍການຍັກຍອກເງິນຄ່າໂຄສະນາເກີນເວລາໃນລາຍການ “ຄົນຄຸ້ນຂ່າວ” ທາງສະຖານີຊ່ອງ 9 ອສມທ ເປັນເງິນກວ່າ 138 ລ້ານບາດ ເຫດເກີດເມື່ອ 10 ປາຍປີ ທີ່ແລ້ວ.
ຕະຫຼອດເວລາທີ່ຢູ່ໃນຫ້ອງຂັງ ເຂົາກໍບໍ່ເຄີຍຖິ້ມອາຊີບ ເພາະເຂົາເຮັດລາຍການໃນເຮືອນຈຳ “ເລື່ອງເລົ່າເຮືອນຈຳ” ລາຍງານຂ່າວຄາວໃຫ້ຄົນໃນນັ້ນໄດ້ຮູ້
ມື້ນີ້ຖືກປ່ອຍໂຕແລ້ວ ແລະ ນີ້ເປັນພາບບັນຍາກາດປ່ອຍໂຕອອກມາມື້ເຊົ້ານີ້
.
ທັງນີ້ ສື່ຂ່າວໄທ ລາຍງານວ່າ ສໍລະຍຸດ ຂໍເວລາຄິດ ທົບທວນ ປັບປຸງຕົນເອງ ກ່ອນຈະຫັນຄືນສູ່ວົງການຂ່າວ … ເປັນແນວໃດຖ້າຕິດຕາມເດີ້