
ຄົນດີຕ້ອງສົ່ງເສີມ ໜຸ່ມຈິດອາສາມຸດນ້ຳເກັບຂີ້ເຫຍື້ອກະປ່ອງເບຍ ແລະ ພລາສຕິກ ຢູ່ພື້ນນ້ຳຊ່ອງ ເຂດທ່ອງທ່ຽວເມືອງວັງວຽງ
16th March 2021ຊົມເຊີຍ ໜຸ່ມຈິດອາສາມຸດນ້ຳເກັບຂີ້ເຫຍື້ອກະປ່ອງເບຍ ແລະ ພລາສຕິກ ຢູ່ພື້ນນ້ຳຊ່ອງ ເຂດທ່ອງທ່ຽວເມືອງວັງວຽງ
ໃນວັນທີ 15 ມີນາ ຜ່ານມາ ຜູ້ໃຊ້ເຟສບຸກຊື່ Smiler Tour Guide ໄດ້ໂພສວ່າ: ຕົບມືໃຫ້ເລີຍຄົນດີຂອງສັງຄົມທ້າວ ສົມຮັກ ຄຳສິງ (Mao Thammavongsa) ໄດ້ມຸດນ້ຳເກັບສິ່ງເສດເຫຼືອອອກຈາກນໍ້າຊ່ອງ, ກະປ໋ອງ, ເສດຖົງຢາງພລາສຕິກ, ກ່ອງໂຟມ.
ພ້ອມແຮກແທັກວ່າ ອະນາໄມຮັກສາເເມ່ນໍ້າຊ່ອງໃຫ້ຍືນຍົງສະອາດຕະຫຼອດໄປ ຄົນດີຂອງສັງຄົມ,ເຮັດເເລ້ວ ເຮັດດ້ວຍໃຈ…
ຊ່ວຍໆກັນຮັກສາແຫຼ່ງນໍ້າເເດ່ເດີ…ບ້ານເມືອງຈະໄດ້ຫນ້າຢູ່
MiDee VANGVIENG (ມີດີ ວັງວຽງ)
Every people can
Love life pls…Love’s river
Cr: Smiler Tour Guide