
ໂຣສຊີ້ ລົດຈະນາ ຂຸນນະວົງ, W18, Miss World Laos 2021
18th March 2021ອີກໜຶ່ງສາວງາມທີ່ພ້ອມມາປະຊັນຄວາມງາມ ແລະ ຄວາມສາມາດ ໃນເວທີ Miss World Laos 2021
ສາວລາວລູກຊອດຫວຽດນາມ ອາຍຸ 22 ປີ ຈົບການສຶກສາຈາກວິທະຍາໄລ ລາວ-ທ໋ອບ ປັດຈຸບັນເປັນ ນາງເເບບ-ນັກສະເເດງ ແລະ ຂາຍເຄື່ອງອອນລາຍໄປນຳ.
ເຄີຍເດີນເເບບ Wow Fashion Week, Lao Fashion Week, Heritage Fashion Beauty, ຕະຫລາດນັດດາລາ, ເດີນແບບພະທາດຫລວງວຽງຈັນ, ພົມແດງ Delight Luangprabang ພ້ອມທັງເດີນເເບບງານຕ່າງໆ ໃນວົງການບັນເທີງ.
ກິດຈະກຳຍາມວ່າງແມ່ນອອກກຳລັງກາຍເເລະຮຽນຮູ້ສິ່ງໃໝ່ໆຈາກໂລກພາຍນອກ,ຄວາມສາມາດພິເສດເເມ່ນ ເດີນເເບບ,ຖ່າຍພາບນິ້ງ.
“ບໍ່ມີຫຍັງຍາກຖ້າຫາກເຮົາລົງມືເຮັດ ຜົນສຳເລັດກໍຈະຕາມມາ”
ຝາກ Vote ໃຫ້ W18
ວິທີໂຫວດກໍງ່າຍໆ ພຽງແຕ່ ກົດ *3333*18# ແລ້ວໂທອອກ ເສຍຄ່າບໍລິການພຽງແຕ່ 500ກີບ/ໂຫວດເທົ່ານັ້ນ..! ພຽງເທົ່ານີ້ກໍເປັນການໂຫວດ ແລະ ເປັນການສົ່ງກຳລັງໃຈໃຫ້ກັບຄົນທີ່ເຮົາມັກແລ້ວ ໝາຍເຫດ: ສະເພາະເຄືອຂ່າຍ ລາວໂທລະຄົມ ເທົ່ານັ້ນເດີ້
FB: RosyRosy Khounnavong