
ມິວ ດາລາສາວ ແຜນກຽມມີທາຍາດປີນີ້
19th March 2021ມິວ มิว นิษฐา ດາລາໄທ ນັກສະແດງຊ່ອງ 3 ປີງົວທອງນີ້ ຂໍຮັບວຽກ ກຽມເຮ ພ້ອມມີທາຍາດ ທັງນີ້ ໄຮໂຊເຊນ ສາມີ ອາຍຸຫ່າງກັນ 6 ປີ ຄົບກັນ 3 ປີ ຈຶ່ງແຕ່ງດອງກັນຫວ່າງປີກາຍ
ມິວບອກວ່າ ແລະປີນີ້ເປັນປີງົວທອງ ເປັນປີທີ່ດີ ສາມີ ກໍຢາກມີທາຍາດ ມິວກໍຢາກມີ ຫາກຕິດກໍຈະມີປີນີ້ ເບບີນ້ອຍ ທາງບ້ານສາມີເປັນຄົນຈີນ ບໍ່ໄດ້ເປັນຜົນຫຍັງ ຫຼື ຖືຫຍັງ ສ່ວນໂຕມິວ ຢາກໄດ້ 1 ຍິງ 1 ຊາຍ ມາກ່ອນ ຫຼື ຫລັງກໍບໍ່ເປັນຫຍັງ
ສ່ວນເລື່ອງລະຄອນຕອນນີ້ແມ່ນຂໍທາງຊ່ອງຢຸດໄວ້ແລ້ວ ເພາະຈະຕັ້ງໃຈມີບຸດ ທາຍາດເພື່ອເຕີມເຕັມຊິວິດຄອບຄົວໃຫ້ສົມບູນຂຶ້ນ
ແນວໃດກໍຍິນດີນຳ ຂໍໃຫ້ໄດ້ສົມດັ່ງໃຈເດີ້