
ບັນດາສະມາຊິກສະພາແຫ່ງຊາດລົງຄະແນນ ເລືອກເອົາທ່ານ ໄຊສົມພອນ ພົມວິຫານ ຂຶ້ນເປັນປະທານສະພາແຫ່ງຊາດຊຸດທີ IX
22nd March 2021ກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດຊຸດທີ VIII, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍການນໍາ ແລະອະດີດການນໍາຂັ້ນສູງ. ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 22 ມີນາ 2021.
.
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ລົງຄະແນນ ດ້ວຍສຽງທັງໝົດ 98,78% ເລືອກເອົາທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ຂຶ້ນເປັນປະທານສະພາແຫ່ງຊາດຊຸດທີ IX.
ຫຼັງຈາກສໍາເລັດການເລືອກຕັ້ງປະທານສະພາແຫ່ງຊາດຊຸດທີ IX ແລ້ວ, ກອງປະຊຸມຈະສືບຕໍ່ພິຈາລະນາ ແລະຮັບຮອງເອົາຮອງປະທານສະພາ ແລະຄະນະກໍາມະການປະຈໍາສະພາແຫ່ງຊາດ ຊຸດທີ IX
ພາບ-ຂ່າວ: CRI