
ເສດຖີຈາກໄປກະທັນຫັນລະຫວ່າງທາງໄປຫຼິ້ນສະກີ
31st March 2021ສາທາລະນະລັດເຊັກໄດ້ສູນເສຍເສດຖີຜູ້ທີ່ລ້ຳລວຍທີ່ສຸດຂອງປະເທດໄປຢ່າງບໍ່ທັນໄດ້ກ່າວຄຳອຳລາໃດໆ ຫຼັງຈາກທີ່ເພິ່ນຂຶ້ນເຮລີຄອບເຕີໄປຫຼິ້ນສະກີ.
ຜູ້ເສຍຊີວິດຊື່ ເພດເຕີ ແຄວເນີ້ ເປັນເສດຖີຂອງສາທາລະນະລັດເຊັກ ຈາກການຈັດອັນດັບຂອງ Forbes, ລາວຖືເປັນໜຶ່ງໃນ 5 ຄົນທີ່ເສຍຊີວິດໃນລະຫວ່າງທີ່ກຳລັງຂີ່ເຮລີຄອບເຕີ້ໄປຫຼິ້ນສະກີໃນລັດອາລັດສະກາ ແຕ່ໃນລະຫວ່າງທີ່ກຳລັງເດີນທາງເຮືອບິນໄດ້ຕົກລົງມາກະທັນຫັນເຮັດໃຫ້ທັງ 5 ຄົນຈາກໄປຢ່າງບໍ່ທັນຄອບລາເລີຍ.
ເພດເຕີ ແຄວເນີ້ ເປັນເຈົ້າຂອງກຸ່ມ PPF ດ້ານການເງິນໂທລະຄົມມະນາຄົມ ການປະກັນໄພ ຊິຶ່ງມີພະນັກງານ 94.000 ຄົນຈາກທົ່ວໂລກ.
Forbes ໄດ້ຈັດໃຫ້ ເພດເຕີ້ ແຄວເນີ້ ເປັນບຸກຄົນທີ່ລ້ຳລວຍທີ່ສຸດຂອງສາທາລະນະລັດເຊັກມີຍອດຊັບສິນທີ່ 17,5 ຕື້ໂດລາ ລາວເປັນຜູ້ຖືຮຸ້ນເຖິງ 98%ຂອງ ກຸ່ມບໍລິສັດ PPF .
ເສດຖີຄົນນີ້ຈາກໄປໃນໄວພຽງ 56 ປີ ເສຍຊີວິດໃນວັນທີ 27 ມີນາ 2021 ຜ່ານມາ ນີ້ເອງ.