
ຈາກຜູ້ຍິງທຳມາດາທີ່ໄດ້ມີໂອກາດຮັບຕຳແຫນ່ງ ເປັນຕົວແທນຂອງຄົນລາວ “ມີວພູມໃຈສຸດທີ່ເກີດເປັນຄົນລາວ “
5th April 2021ໂຕມິວ ພັດທະນາ ຄິດາພອນ Miss Grand Laos 2020 ໂພສ ສຳລັບການເລີ່ມຕົ້ນຂອງມິວຈາກຜູ້ຍິງທຳມາດາທີ່ໄດ້ມີໂອກາດຮັບຕຳແຫນ່ງແລະໄດ້ເປັນຕົວແທນຂອງຄົນລາວ ເພື່ອຂື້ນປະກວດໃນເວທີລະດັບໂລກ ມິວພູມໃຈທຸກຄັ້ງທີ່ໄດ້ຮ້ອງຄຳວ່າລາວ ຢູ່ເທີງເວທີ
ສຳຫລັບມີວທຸກຄັ້ງທີ່ເວົ້າເຖີງປະເທດແລະອະທິບາຍເຖີງວັດທະນາທຳ ເວົ້າເຖີງຄວາມເປັນລາວກັບຫລາຍປະເທດໃຫ້ຮູ້ມິວມີຄວາມສຸກທີ່ສຸດທີ່ໄດ້ບອກອອກໄປໃຫ້ຫລາຍໆປະເທດຮູ້ຈັກປະເທດລາວ
ມີວພູມໃຈສຸດທີ່ເກີດເປັນຄົນລາວ ເພາະມີເອກະລັກວັດທະນະທຳ ການນຸ່ງຖືທີ່ເປັນເອກກະລັກ ເຊີ່ງລາວນັ້ນມີຄວາມງົດງາມ ມິວຮັກຄວາມເປັນລາວ ແລະ ພູມໃຈ ທີ່ໄດ້ເກີດເປັນຄົນລາວ
.
ມີວເປັນຜູ້ຍິງຄົນຫນື່ງທີ່ມີຄວາມຝັນແລະຝັນເປັນຈິ່ງ ໃນເມື່ອມີວເຮັດໄດ້ທຸກຄົນກໍ່ເຮັດໄດ້
.
ຝັນໃຫ້ໄກແລະໄປໃຫ້ເຖິງ