
ໂອ້ຍນໍ້! ແມ່ນໃຜມາເຮັດແບບນີ້ ຕົວະໃຫ້ສາວພອນຮັກ ສຸດທ້າຍກາຍເປັນຕົວເລືອກບໍ່ແມ່ນຕົວຈິງ
5th April 2021ຮືຮາອີກແລ້ວ ສໍາລັບເນັດໄອດໍ້ຊື່ດັງສາວພອນ ສາວສະຫວັນ ທີ່ມີຄົນຕິດຕາມຢູ່ເຟສບຸກສ່ວນຕົວເຖິງ 2ແສນກວ່າຄົນ ເຊິ່ງແນ່ນອນວ່າຕອນນີ້ສາວຄົນນີ້ເປັນທີ່ຮູ້ຈັກໄປທົ່ວປະເທດແລ້ວ.
ແມ່ນໃຜຊ່າງກ້າມາເຮັດແບບນີ້ກັບສາວພອນ
ຜ່ານມາ ສາວຄົນນີ້ ໄດ້ສ້າງສຽງຫົວ ມອບຄວາມສຸກ ຄວາມມ່ວນຊື່ນໃຫ້ກັບຊາວເນັດບໍ່ໜ້ອຍ ດ້ວຍການໄລຟສົດໂອ້ລົມ ຫຼື ຮ້ອງເພງໃຫ້ຟັງ ແລະ ອີກຫຼາຍໆ ຢ່າງ ລວມໄປເຖິງການເຮັດຄລິບວີດີໂອຕະຫຼົກຕ່າງໆລົງໂຊຊຽວ.
ອົກຫັກແຕ່ຍັງງາມຢູ່
ຫຼ້າສຸດ ສາວພອນຄົນງາມ ມາສ້າງຄວາມຮືຮາໃຫ້ຊາວເນັດອີກຄັ້ງ ເມື່ອຜູ້ກ່ຽວອອກມາໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວວ່າ ເຈັບແລ້ວສິຂໍຈໍາຕະຫຼອດໄປ ສິບໍ່ຂໍຮັກໃຜຕະຫຼອດໄປ ລົດເມຜ່ານມາເປັນພຽງຕົວເລືອກ ບໍ່ແມ່ນຕົວຈິງຂອງເຂົາ ມີພຽງນໍ້າຕາ.
ເອີ້ນໄດ້ວ່າເປັນໂພສທີ່ເສົ້າສໍາລັບສາວພອນຫຼາຍ ເຊິ່ງຄວາມໝາຍກໍ່ເດົາໄດ້ບໍ່ຍາກວ່າ ອາດມີຄົນມາເຮັດໃຫ້ສາວພອນຊໍ້າໃຈ ຫັກອົກເພິ່ນ, ດັ່ງນັ້ນ ໜຸ່ມໆຄົນໃດຍັງວ່າງຢູ່ ຮີບໄປດາມຫົວໃຈໃຫ້ສາວພອນດ່ວນເດີ້.