
ເຕືອນໄພຄົນນອນໜ້ອຍ! ໂຫມວຽກໜັກເກີນໄປ ຈົນບໍ່ມີເວລາພັກຜ່ອນ ລະວັງໄວ້ ໄພງຽບໃກ້ຕົວ
7th April 2021ເອີ້ນໄດ້ວ່າເປັນອີກເລື່ອງລາວເຕືອນໄພ ທີ່ມັນຢູ່ໃກ້ຕົວເຮົາອີຫຼີ ເມື່ອມີສາວຄົນໜຶ້່ງ ອອກມາໂພສຄລິບຈາກກ້ອງວົງຈອນປິດ ທີ່ມີຕົນເອງຢູ່ໃນນັ້ນ ກັບເຫດບໍ່ຄາດຄິດທີ່ເກີດຂຶ້ນກັບຕົນເອງ ເຫັນແລ້ວຢາກນອນໄວຂຶ້ນມາທັນທີ.
ເຫດການດັ່ງກ່າວເກີດຂື້ນທີ່ປະເທດໄທ ແຕ່ແອັດເຫັນວ່າມັນເປັນເລື່ອງໃກ່້ຕົວ ເຊິ່ງຄົນລາວເຮົາເອງ ໂດຍສະເພາະໄວໜຸ່ມ ກໍ່ມີບໍ່ໜ້ອຍທີ່ຕົກຢູ່ໃນເກນດັ່ງກ່າວ ກໍ່ຄືນອນໜ້ອຍ ພັກຜ່ອນບໍ່ພຽງພໍ ແຕ່ທ່ານ ຮູ້ບໍ່ວ່າມັນອັນຕະລາຍຕໍ່ຊີວິດຂອງທ່ານຫຼາຍໜ້ອຍປານໃດ.
ຄລິບຈາກກ້ອງວົງຈອນປິດນັ້ນ ບັນທຶກນາທີຍິງສາວລາຍໜຶ່ງຢືນນິ້ງຢູ່ກັບລົດຈັກ ພຽງບໍ່ດົນກໍ່ໂງນເງນໄປມາ ແລະ ເປັນລົມລົ້ມລົງກັບທີ່ ຈົນຫົວກະທົບພື້ນ ແຕ່ໂຊກດີທີ່ມີພົນລະເມືອງດີເຂົ້!ມາເຫັນ ແລະ ຊ່ວຍໄວ້ໃຫ້ນັ່ງດົມຢາດົມກ່ອນ.
ຫຼັງຈາກເຫດການນີ້ເກີດຂື້ນ ສາວຜູ້ຢູ່ໃນເຫດການກໍ່ໄດ້ເອົາຄລິບດັາງກ່າວມາເຜີຍແຜ່ຕໍ່ ພ້ອມລະບຸວ່າ ຜົນຈາກເຮັດວຽກໜັກເກີນໄປ ກິນໜ້ອຍ, ພັກຜ່ອນໜ້ອຍ ເປັນເຫດໃຫ້ຕົນເອງຕົກຢູ່ໃນສະພາບດັ່ງຄລິບ.
ແນວໃດກໍ່ຕາມ ແອັດມິນສຶກສາ-ໄອທີ ຂໍເຕືອນແຟນເພຈທີ່ຮັກແພງດ້ວຍຄວາມຫວັງດີ ຕ້ອງເຫັນຄວາມສໍາຄັນຂອງການພັກຜ່ອນໃຫ້ພຽງພໍໃຫ້ຫຼາຍຂຶ້ນ ບໍ່ດ່ັງນັ້ນ ສຸຂະພາບຂອງເຮົາກໍ່ຈະບໍ່ໄຫວ ແລະ ອາດໂຊກຮ້າຍເຖິງແກ່ຊີວິດກໍ່ເປັນໄດ້.
ມີຄລິບ