
ເອົາອີກແລ້ວ! ຂົວນໍ້າພະນາຍຫັກຮອບສອງ ສາເຫດເກົ່າລົດໜັກເຊັ່ນເຄີຍ
9th April 2021ມາອີກຮອບພີ່ນ້ອງເອີຍ ເຫດການເກົ່າເກີດຊໍ້າສອງ ຂົວນໍ້າພະນາຍ(ບ້ານເກິນ) ເມືອງທຸລະຄົມ ແຂວງວຽງຈັນ ຫັກເຄີ່ງ ສາເຫດກເກົ່າ ລົດບັນທຸກຫີນນໍ້າໜັກເກີນຂີ່ຂ້າມ ແຕ່ໄປບໍ່ຮອດຝັ່ງ ຂົວຫັກກາງເຄີ່ງ.
ໃນເວລາປະມານ 3:00ໂມງເຊົ້າ ຂອງວັນທີ 9 ເມສາ 2021 ໄດ້ມີລົດ12 ລໍ້ ແກ່ດີນ ນ້ຳໜັກໜ້າຈະເກີນກຳນົດ ໄດ້ຂ້າມມາທາງຂົວນ້ຳພະນາຍສະພາບກໍ່ຢ່າງທີ່ເຫັນ, ສ່ວນຄົນຂັບລົດແມ່ນປອດໄພ.
ແຈ້ງເຕືອນໃຜທີ່ຈະມາທາງນີແມ່ນໄປບໍ່ໄດ້ແລ້ວ, ໃຫ້ຫຼີກເວັ້ນໄປໃຊ້ອີກທາງໜຶ່ງ.
ພາບ ແລະ ຂໍ້ມູນຂ່າວໂດຍ: Ava Amita