
ດ່ວນທີ່ສຸດ! ສະຖິຕິໃໝ່ ມື້ດຽວ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 65ຄົນ
23rd April 2021ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວປະຈໍາວັນທີ 23 ເມສາ 2021 ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມເຖິງ 65 ກໍລະນີ.
ທັ້ງນີ້ ຂໍ້ມູນການເກັບຕົວຢ່າງກວດວິເຄາະຫາເຊື້ອໂຄວິດ-19 ຈາກ 1.292 ຄົນ ພົບຕິດໂຄວິດ-19 ຈໍານວນ 65 ຄົນ ໃນນັ້ນ ຈໍາປາສັກ 2 ຄົນ, ບໍ່ແກ້ວ 2 ຄົນ ແຂວງວຽງຈັນ 1ຄົນ ແລະ ນະຄອນຫຼວງວຽງຈັນ 60ຄົນ.
ສ່ວນລາຍລະອຽດອື່ນໆ ແອັດຈະມາລາຍງານເພີ່ມຕື່ມພາຍຫຼັງ.