
ໜ້າຄິດ! ຈະເຮັດແນວໃດ ໃຜກໍຢ້ານຕິດ ແຕ່ຄົນຕິດໂຄວິດກໍຕ້ອງກິນຕ້ອງໃຊ້ຄືກັນ ສາວໂພສ ເຫັນໃຈກັນແນ່ ໃຫ້ກຳລັງໃຈສູ້ຕໍ່ແນ່
25th April 2021ຈາກໂພສນີ້ Phout Phoutsavanh ໂພສວ່າ:
ຂໍເວົ້າເເດ່ເດີ້ພໍ່ເເມ່ ພີ່ນ້ອງປ້ອງປາຍບ້ານ ຄືມາໂພ້ດເເທະ ໝູ່ຂ້ອຍຕິດກະເຈົ້າກະເອົາໄປຮັກສາເເລ້ວ ຄອບຄົວກະໄປກວດຖ້າຟັງຜົນກະເຈົ້າກັກໂຕຢູ່ບ້ານບໍ່ໄດ້ໄປໃສ ອອກໄປບໍ່ໄດ້ ໄປຂໍຊື້ເຄື່ອງເຂົາເຈົ້າກະລັງກງດ ບໍ່ຂາຍໃຫ້ວ່າຊັ້ນວ່າ
ຄອບຄົວກະເຈົ້າຕິດລະບໍ່ຂາຍໃຫ້ ນ້ຳສິກິນກະຈົນບໍ່ມີ ບໍ່ຕ້ອງລັງກງດກັນປານນັ້ນກະໄດ້ເດີ້ ເຫັນໃຈກັນເເດ່ມັນບໍ່ໄດ້ຕິດງ່າຍປານນັ້ນ ຈັ່ງເເມ່ນຊາດວ່າບໍ່ມີນ້ຳໃຈ ຮ່າ… !!!
ໝູ່ໂທມາວ່າຄອບຄົວກູບໍ່ມີນ້ຳກິນ ເຂົາບໍ່ຂາຍໃຫ້ ເຂົາລັງກງດວ່າຊັ້ນ ນ້ຳຕາກະຈົນສິໄຫລ ຈັ່ງເເມ່ນຊາດ ຂໍຮ້ອງເດີ້ໃຜກະບໍ່ຢາກເປັນຢ່າເຮັດນຳກັນເເບບສິທ້ອນ
ຂອບໃຈທຸກຄົນຫລາຍໆເດີ້ເ ຮົາບໍ່ໄດ້ຮັບບໍລິຈາກຫລືໂອນເງີນມາຊ່ວຍໃດໆທັງນັ້ນເດີ້
ຂອບໃຈຫລາຍໆເດີ້ເເຄ່ໂພດໃຫ້ເຕືອນສະຕິທຸກຄົນ ວ່າຢ່າເຮັດເເບບນີ້ນຳກະເຈົ້າເດີ້ ບໍ່ຖືກໃຜ ໃຜກະບໍ່ເຂົ້າໃຈຄວາມຮູ້ສຶກດອກ