
ຄົນລາວບໍ່ຖິ້ມກັນ ດ້ວຍຄວາມເຫັນໃຈ ເຈົ້າຂອງຫ້ອງແຖວໃຈດີ ໃຫ້ຢູ່ຟຣີ 3 ເດືອນ
25th April 2021ເຟສບຸກ รักแท้ คือคอบคว ຂອງເຈົ້າຂອງຫ້ອງແຖວແຫ່ງໜື່ງ ທີ່ ບ້ານຕານມີໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ (ຫຼັງຄະນະປ່າໄມ້ ມຊ )
ໄດ້ແຈ້ງມາເຖິງຜູ້ພັກເຊົາໃນຫ້ອງແຖວວ່າ:
ເລີ່ມແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ ແມ່ນໃຫ້ນອ້ງໆນັກຮຽນ ຢູ່ຟຣີ 3 ເດືອນ ຈົນກວ່າສະຖານະການໂຄວິດ-19 ຈະດີຂື້ນ
ຊົມເຊີຍ ພວກເຮົາຈະຜ່າວິກິດໂຄວິດ-19 ໄປນຳກັນ