
ສຸດຍອດ ! ນັກຮຽນລາວ ໄດ້ຫລຽນຄຳ ຈາກງານ IPITEX 2020 ທີ່ປະເທດໄທ
19th February 2020ດີໃຈນໍາ ນັກຮຽນລາວ ສາມາດຍາດໄດ້ຫລຽນຄຳ ຈາກງານ IPITEX 2020 ສໍາລັບໂຄງການຈໍາລອງລະບົບ ບຳບັດນຳ້ເພື່ອການກະສິກຳ ແລະ ໂຄງການບົດໃບໄມ້ສວນແບບທັນສະໄໝ !
ກຸ່ມນັກຮຽນໄດ້ເຂົ້າຮ່ວມງານແຂ່ງຂັນ Bangkok International, Intellectual, Property, Invention, Innovation, and Technology Exposition (IPITEX) ທີ່ປະເທດໄທ ໃນລະຫວ່າງວັນທີ 2 ຫາ 6 ກຸມພາ ປີ.
ການແຂ່ງຂັນແມ່ນຈັດໂດຍ the National Research Council of Thailand ຂອງປະເທດໄທ ມີຜູ້ເຂົ້າຮ່ວມການແຂ່ງຂັນທັງໝົດແມ່ນ 1.200 ຄົນ (514 ໂຄງການສິ່ງປະດິດ) ຈາກ 21 ປະເທດທົ່ວໂລກ. ນີ້ແມ່ນການເຂົ້າຮ່ວມການແຂ່ງຂັນຄັ້ງທຳອິດສຳລັບປະເທດລາວ ໂດຍນ້ອງນັກຮຽນຈາກໂຮງຮຽນ ເມຈິກພາມສ ແລະ ບໍລິສັດ ໄດ້ສົ່ງທັງໝົດ 11 ໂຄງການເຂົ້າຮ່ວມການແຂ່ງຂັນ.
ໃນນັ້ນ, ມີ 2ໂຄງການທີ່ໄດ້ຮັບຫລຽນຄຳ, 2 ໂຄງການໄດ້ຮັບຫລຽນເງິນ ແລະ 2 ໂຄງການໄດ້ຮັບຫລຽນທອງແດງ.
ຫລຽນຄຳທຳອິດແມ່ນເປັນຂອງກຸ່ມນັກຮຽນຊັ້ນມັດທະຍົມ 1 ອາຍຸ 11 ປີ ລວມມີ ນາງ ອາໂລນາ ສີຈະເລີນ, ນາງ ອິນທິລາ ສີດສະຫວັດວົງ ແລະ ນາງ ປັນຍາພອນ ຟອງສະຫວັນ ທີ່ໄດ້ສ້າງລະບົບການບຳບັດນໍ້າເພື່ອກະສິກຳ ນຳໃຊ້ເຄື່ອງລີຊາຍເຄີນມາສ້າງລະບົບບຳບັດນ້ຳເສຍເພື່ອໃຊ້ເຂົ້າໃນກະສິກຳ ເຊິ່ງກຸ່ມນັກຮຽນໄດ້ເຮັດວຽກຫລາຍເດືອນ ເພື່ອກຽມໂຄງການເຂົ້າການແຂ່ງຂັນຄັ້ງນີ້.
ນາງ ອາໂລນາ ສີຈະເລີນ ຫົວໜ້າທີມຂອງກຸມນັກຮຽນ ກ່າວວ່າຕົນເອງມີຄວາມພູມໃຈຫລາຍກັບຜົນສຳເລັດໃນການແຂ່ງຂັນຄັ້ງນີ້. ນອກນັ້ນໂຄງການລະບົບບຳບັດນ້ຳເສຍເພື່ອໃຊ້ໃນກະສິກຳ ຍັງໄດ້ຮັບລາງວັນ the Young Innovator Award ຈາກ ອົງການ Citizen Innovation ປະເທດສິງກະໂປ.
ຫລຽນທອງທີສອງຂອງປະເທດລາວແມ່ນ ເປັນຂອງ ກຸ່ມນັກຮຽນຊັ້ນມັດທະຍົມ 5 ທ້າວ ວິນນາກອນ ແລະ ທ້າວ ດວງສີ ແລະ ວິລະເດດ ສຸວັນທອງ ສຳລັບການເຮັດເຄື່ອງບົດຂີ້ເຫື້ຍອແບບທັນສະໄໝ. ນອກນັ້ນ ໂຄງການທີ່ເຂົ້າຮ່ວມບາງໂຄງການຂອງລາວ ແມ່ນຍັງໄດ້ຮັບ ລາງວັນພິເສດຈາກປະເທດ ເກົາຫລີໃຕ້ ແລະ ຮົງກົງ.
ໂຮງຮຽນ ເມຈິກພາມສ ແລະ Sirena Technologies ໄດ້ຮັບລາງວັນສຳລັບການເຂົ້າຮ່ວມການແຂ່ງຂັນດັ່ງກ່າວ. ບັນດາຄູຂອງໂຮງຮຽນ ເມຈິກພາມສ ມີຄວາມພາກພູມໃຈຫລາຍທີ່ໄດ້ນຳພານັກຮຽນເຂົ້າຮ່ວມການແຂ່ງຂັນ ແລະ ດີໃຈຕໍ່ຜົນສຳເລັດໃນການເຂົ້າຮ່ວມການແຂ່ງຂັນລະດັບສາກົນໃນຄັ້ງນີ້.
Source: ເຮົາຮູ້-ເຮົາເຮັດໄດ້ We Know – We Can
ຫຼຽນທອງທີສອງ ຊ່ວຍປ່ຽນເປັນຫຼຽນຄຳ…ແນ່ທ່ານ ຫຼຽນທອງເປັນຄຳເວົ້າປະເທດເພື່ອນບ້ານ (ຊົມເຊີຍຂໍ້ມູນດີໆ)