
ໃຜກ້າມາໃຫ້ມັນຮູ້ໄປ ປະກາດປິດບ້ານໂດຍບໍ່ຈຳເປັນໂຄ່ນໄມ້ເປັນຕົ້ນ
30th April 2021ໂຄວິດມາຮອບນີ້ເຮັດໃຫ້ທຸກຄົນອົກສັ່ນຂັວນຫາຍ ທຸກບ້ານເມືອງຕ້ອງປິດຕົນເອງໃຫ້ຢູ່ແຕ່ໃນເຮືອນ ຈະອອກໄປຂ້າງນອກກໍ່ຕໍ່ເມື່ອເຈັບປ່ວຍ ແລະຫາແນວຢູ່ແນວກິນເທົ່ານັ້ນ.
ໃນນັ້ນພວກເຮົາຈະເຫັນວ່າບັນດາບ້ານສ່ວນໃຫຍ່ແລ້ວຈະເນັ້ງເສັ້ນໄວ້ລັດທາງເຂົ້າບ້ານແລ້ວໃຫ້ອ້າຍນ້ອງ ກອງຫຼອນບ້ານມາປ້ອງກັນເວນຍາມບໍ່ໃຫ້ຄົນນອກເຂົ້າມາ ເມື່ອຄົນໃນຕ້ອງການອອກກໍ່ຕ້ອງມີເຫດມີຜົນ.
ເມື່ອໆມານີ້ ພວກເຮົາເຫັນແລ້ວມີບ້ານທີ່ຍອມລົ້ມຕົ້ນໄມ້ອາຍຸເປັນຮ້ອຍໆປີລົງມາຂວາງທາງ ເຊິ່ງຫຼາຍຄົນກໍ່ວິຈານໄປຫຼາຍແນວ ໂດຍລວມບໍ່ຄ່ອຍເຫັນດີເພາະຍາກຕໍ່ປະຊາຊົນກໍລະນີເຈັບເປັນຕ້ອງອອກບ້ານສຸກເສີນໄປໂຮງໝໍ.
ແຕ່ບັນດາບ້ານນີ້ທີ່ແອັດລວບລວມພາບມາຝາກຖືວ່າເພິ່ນລົງທຶນລົງແຮງຫຼາຍກວ່າໂຄ່ນໄມ້ເປັນຕົ້ນອີກ ເບິ່ງແລ້ວມີມຸນຮາໃຫ້ເບິ່ງໄປເລື້ອຍໆ
ແນວໃດກໍ່ຕາມທັງໝົດປະຊາຊົນແມ່ນຕັ້ງໃຈເຮັດມາຈາກໃຈ ຈາກຄວາມເຊື່ອຖ້າໃຜກ້າມາກໍ່ໃຫ້ຮູ້ກັນວ່າກ້າທ້າທາຍຜີບ້ານຜີເຮືອນເດີ້