
ໄດ້ຮັບການຕ້ອນຮັບເປັນຢ່າງດີ ຄຣິດຕິນ່າ MISS UNIVERSE LAOS 2020 ເດີນທາງຮອດອາເມລິກາແລ້ວ
1st May 2021ຮອດ ອາເມລິກາແລ້ວ ຕົວແທນຂອງປະເທດ ໄປປະກວດນາງງາມຈັກກະວານ MISS UNIVERSE ທີ່ປະເທດ ອາເມລິກາ
ສາວ ຕິນ່າ ຄຣິດຕິນ່າ ລາສະຊິມມາ ຈາກການເດີນທາງອັນເເສນຍາວໄກໃນທີ່ສຸດ ກໍໄດ້ເດີນທາງມາຮອດສະຫະລັດອາເມລິກາຢ່າງປອດໄພ
ພາຍໃຕ້ການຕ້ອນຮັບຢ່າງອົບອຸ່ນຈາກຕ່າງໜ້າສະມາຄົມມໍລະດົກລາວດາລາສ ທ່ານ ປີເຕີ້ ສຸທິດາລາ ປະທານສະມາຄົມ ຕ້ອນຮັບລູກຫຼານຈາກ ສປປ.ລາວ ຢ່າງອົບອຸ່ນ.
.
ທັງນີ້ເຈົ້າໂຕກໍໂພສ ເຟດບຸກວ່າ ຮອດ Florida ແລ້ວເດີທຸກຄົນ Arrived Florida
ຂອບໃຈອ້າຍໆ ສະມາຄົມລາວ ແລະ ສື່ ຍາເເມ່ທີວີ ທີ່ມາຮັບຕ້ອນ ພ້ອມດອກໄມ້ງາມໆ
ຊູດ ງາມໆ ຈາກ MEN folder by Bandid Lasavong
ຖ້າຕິດຕາມຜົນງານໄດ້ ແລະ ເຊຍໃຫ້ກຳລັງໃຈ ຕົວແທນປະເທດນຳກັນເດີ້