
ປະຕິບັດຕາມນີ້ ໃຜຈະໄປສັກວັກຊີນນະ ຕຽມຫຍັງແນ່ ເພື່ອຮັບວັກຊີນ
3rd May 2021ໂພສນີ້ດີສຸດໆ ເປັນຄຳແນະນຳ ສຳລັບໃຜທີ່ຈະໄປສັກວັກໍຊີນເດີ້ ຈາກ ໝໍຄົນງາມ ສາວ ໜິ່ງແໜ່ງ ຈັນດາລີ ສິດພະໄຊ ເຮົານີ້ເອງ ເປັນທັງໝໍ, ນັກສະແດງ ຖືກເປັນຄົນໜຶ່ງທີ່ດັງໃນວົງການບັນເທີງ ແລະ ວົງການພະຍາບາດແພດໝໍ ບ່ງາມທຳມະດາເພາະທັງງາມທັງເກັ່ງ ແລະ ໃຈບຸນນຳອີກສາວຄົນນີ້
ທີ່ໄດ້ໂພສໄວ້ໃນເຟດບຸກວ່າ ຕຽມຫຍັງແນ່ ເພື່ອຮັບວັກຊີນໃສ່ມາສ
1 ນອນໃຫ້ພໍ
2 ບໍ່ວິຕົກກັງວົນ ທຳໃຈໃຫ້ສະບາຍ
3 ຖ້າມີຄວາມດັນ ເບົາຫວານໃຫ້ຄຸມໃຫ້ໄດ້ດີໃນມື້ທີ່ຈະມາສັກ ກິນຢາ ກິນເຂົ້າ ມາກ່ອນ
4 ບິກຂຽນ + ບັດປະຈຳຕົວ / ເພື່ອຕື່ມແບບຟອມ
5 ສະເປນ້ອຍ ເຫລົ້າ 75 ຕິດໂຕສຳຫລັບສີດຂ້າເຊື້ອ
6 ນ້ຳດື່ມພົກພາ ດື່ມ ລະຫວ່າງລໍຖ້າ
7 ວີ, ພັດລົມນ້ອຍ ບາງທີຢືນຖ້າອາກາດຮ້ອນຫລືມື້ທີ່ຄິວຍາວ+
8 ປື້ມນ້ອຍສາມາດນັ່ງອ່ານຖ້າ, ຫູຟັງ ຟັງເພງຖ້າ
9 ໃສ່ເສື້ອທີ່ສາມາດ ສັກຢາບ່ອນກົກແຂນງ່າຍ
10 ສ່ວນ ຈະເປັນ astrazeneca ຫລື sinopharm ແພດຫມໍຈະປະເມີນຕາມຫລັງ
ສັກຂອງຫຍັງກໍ່ປ້ອງກັນໄດ້ຄືກັນຫມົດ ເສບຂ່າວແບບມີສະຕິເນີ້ ເຈິະກັນໃຫມ່ມື້ອື່ນ