
ມຸມໜ້າຮັກໆຂອງຫຼານນ້ອຍໄວ 2 ເດືອນທີ່ຕິດໂຄວິດກັບໝໍຜູ້ດູແລ
4th May 2021ໃຜວ່າໂຄວິດບໍ່ເປັນຕາຢ້ານ ຄວາມຈີງມັນບໍ່ແມ່ນເຜດຜີປີສາດແຕ່ມັນເປັນເຊື້ອພະຍາດທີ່ອາດພາກເຮົາໄປໄດ້ທຸກເມື່ອ ໂດຍສະເພາະກັບຜູ້ທີ່ມີພະຍາດປະຈຳຕົວແຊກຊ້ອນ ມີຫຼາຍໆຕົວຢ່າງໃຫ້ພວກເຮົາໄດ້ເຫັນມາແລ້ວ ທີ່ໜ້າເຫັນໃຈແມ່ນພໍ່ແມ່ທີ່ມີລູກນ້ອຍ ເມື່ອຕ້ອງຈາກລູກໄປກັກໂຕເອງແລ້ວປະລູກທີ່ຮັກດັ່ງດວງຕາໄວ້ກັບໝໍ ແມ່ນວ່າເພິ່ນຈະເບິ່ງດີແຕ່ໃຈກໍ່ຫ່ວງບໍ່ຄືຢູ່ກັບເຮົາ.
ໃນສະຖານະການແບບນີ້ ສຳລັບຜູ້ມີລູກນ້ອຍຈະໃຫ້ດີແທ້ບໍ່ຄວນໃຫ້ຄົນອື່ນອຸ້ມລູກໂຕເອງ ເພາະເດັກນ້ອຍທຸກຄົນແມ່ນໜ້າຮັກເມື່ອຄົນອຸ້ມກໍຕ້ອງຫອມເປັນການໃກ້ຊິດທີ່ສຸດ ເຖິງຄົນໆນັ້ນຈະເປັນຄົນຮູ້ຈັກ ແຕ່ໃຜຈະໝັ້ນໃຈໃນແຕ່ລະວັນເຈົ້າພົບຄົນຈັກຄົນແລ້ວປອດໄພຫຼືບໍ.
ແອັດເຊື່ອວ່າທຸກວັນນີ້ພວກເຮົາທຸກຄົນຂາດຄວາມເຊື່ອໝັ້ນໃນໂຕເອງທັ້ງນັ້ນ ຈັກພະຍາດນັ້ນເຂົ້າມາຕອນໃດມັນບໍໄດ້ຄອບລາ ບາງຄົນທີ່ເປັນໂຕແຜ່ເຊື້ອກໍ່ຍ້ອນບໍ່ຮູ້ວ່າໂຕເອງເປັນ ເມື່ອເຊື້ອເກີດຈາກຕົນເອງເຊື່ອວ່າທຸກຄົນແມ່ນເສຍໃຈກັບສິ່ງທີ່ເກີດຂຶ້ນ.
ຈາກເຫດຜົນທັງໝົດຈິ່ງຄວນຫຼີກລຽງການໃຫ້ລູກຫຼານທີ່ຮັກໄປຕົກໃນມືຄົນທີ່ບໍ່ແມ່ນຄົນໃນຄອບຄົວສາກ່ອນໃນໄລຍະນີ້
ພວກເຮົາເບິ່ງຫຼານນ້ອຍຄົນນີ້ເປັນຕົວຢ່າງ ຄວາມຈີງແອັດບໍ່ໄດ້ມີເຈດຕະນາວ່າຮ້າຍຄົນໃດ ແຕ່ຍົກມາເພື່ອເຕືອນສະຕິຫຼາຍໆຄົນ ຫຼານນ້ອຍ 2 ເດືອນທີ່ທຸກຄົນເຫັນໃນໂລກໂຊຊຽວ ຍ້ອນຕິດຈາກພີ່ນ້ອງຄົນໃກ້ຊິດເຮົາມາເບິ່ງປະຫວັດການເຄື່ອນໄຫວຂອງຫຼານ.
ຫຼາຍນ້ອຍຊື່ນ້ອງຊໍ່ຟ້າອາຍຸ 2 ເດືອນ ສັນຊາດລາວປະຈຸບັນຢູ່ບ້ານແວດ ເມືອງຊຽງເງິນ ແຂວງຫຼວງພະບາງ ຜູ້ກ່ຽວບໍ່ມີພະຍາດປະຈຳຕົວ ແລະເປັນຄົນທີ່ມີສຸຂະພາບແຂງແຮງດີ. ນ້ອງເປັນຜູ້ຕິດເຊື້ອກໍລະນີທີ13 ຂອງແຂວງຫຼວງພະບາງ ຕິດເຊື້ອນຳກໍລະນີທີ 4.
ປະຫວັດການເຄື່ອນໄຫວຂອງຫຼານນ້ອຍຄື ວັນທີ 20-22 ເມສາ 2021 ຕອນສວາຍຜູ້ຕິດເຊື້ອນ້ຳເບີ 4 ໄດ້ມາຫຼິ້ນນຳຢູ່ເຮືອນປະມານ 1 ຊົ່ວໂມງ 30 ນາທີ
ວັນທີ 23-24 ເມາສາຢູ່ເຮືອນບໍ່ໄດ້ໄປໃສ
ວັນທີ 25 ເມສາຜູ້ຕິດເຊື້ອນ້ຳເບີ 4 ໄດ້ມານັ່ງຫຼິ້ນ ແລະອຸ້ມນາງຊ໋ຟ້າປະມານ 1 ຊົ່ວໂມງ
ວັນທີ 26-27 ພັກຢູ່ເຮືອນ
ວັນທີ 28 ເມສາເກັບຕົວຢ່າງໄປກວດ ວັນທີ 29 ຕອນແລງຜົວກວດອອກມາເປັນບວກ ຂໍ້ມູນບຸກຄົນໃກ້ຊິດທັງໝົດ 5 ຄົນທີ່ຢູ່ໃນຄອບຄົວດຽວກັນ ປະຈຸບັນແມ່ນໄດ້ເກັບຕົວຢ່າງມາກວດພ້ອມຈຳກັດບໍລິເວນຈົນກວ່າຈະຄົບ 14 ວັນ