
ສຸດຍອດ ປອດໄພໄວ້ກ່ອນ Miss Universe Vietnam 2020 ກັບຊຸດປ້ອງກັນໂຄວິດຕອນເດີນທາງໄປ USA
6th May 2021Miss Universe Vietnam 2020 ຫງຽນ ເຈິນ ຄັ໋ນ ເວິນ (Nguyễn Trần Khánh Vân) ເດີນທາງໄປແຂ່ງຢູ່ຟໍລິດ້າ ສະຫະລັດອາເມຣິກາ ດ້ວຍຊຸດ ປ້ອງກັນໂຄວິດ-19!!!
.
ສາວງາມຈາກປະເທດວຽດນາມ ຫງຽນ ເຈິນ ຄັ໋ນ ເວິນ ນາງແບບ ແລະ ນັກສະແດງອາຍຸ 25 ປີ ຜູ້ມາພ້ອມກັບຄວາມສູງ 175 ຊມ. ເຈົ້າຂອງມົງກຸດ Miss Universe Vietnam 2020 ຕົວແທນປະເທດທີ່ບິນໄປປະກວດນາງງາມຈັກກະວານ ຢູ່ລັດຟໍລິດ້າ ສະຫະລັດອາເມຣິກາ,
ເຊິ່ງນາງງາມແຕ່ລະປະເທດເອງກໍນຸ່ງເຄື່ອງທີ່ສວຍງາມແບບຈັດເຕັມ ແຕ່ນາງງາມຫວຽດນາມຄົນນີ້ນຸ່ງເຄື່ອງດ້ວຍຊຸດປ້ອງກັນໂຄວິດ-19
.
ເນື່ອງຈາກສະຖານະການໂຄວິດລະບາດຕອນນີ້ເຮັດໃຫ້ທາງທີມງານຫວຽດນາມຕ້ອງເອົາຄວາມປອດໄພໄວ້ກ່ອນ, ຖືວ່າເປັນການຂຶ້ນເຮືອບິນຂອງນາງງາມທີ່ແປກໃໝ່ບໍ່ຄືໃຜເລີຍ.
.
ທີ່ມາ: https://bit.ly/3tmjbFM, LaoX