
ຄົນທຳອິດຈາກໄປຍ້ອນໂຄວິດ-19 ຢູ່ລາວ
9th May 2021ນັບແຕ່ມີການລະບາດຂອງພະຍາດໂຄວິດ-19ມາ ປະເທດເຮົາແມ່ນໄດ້ເອົາໃຈໃສ່ປິ່ນປົວຫາຍດີມາຕະຫຼອດ ເຖິງຈະມີກໍລະນີເພີ່ມຂຶ້ນຕໍ່ເນື່ອງ ແຕ່ເກືອບວ່າທັງໝົດແມ່ນປອດໄພກັບສູ່ບ້ານສູ່ຊ່ອງສູ່ອ້ອມກອດຄອບຄົວໝົດຈົນມາຮອດມື້ນີ້.
ໄດ້ຂ່າວວ່າ ມີກໍລະນີທຳອິດເສຍຊີວິດໃນລາວຄົນສັນຊາດຫວຽດນາມ ໂດຍວັນທີ 9 ພຶດສະພາ 2021 ມີກໍລະນີເສຍຊີວິດລາຍທຳອິດຂອງປະເທດລາວ ເປັນຍິງສັນຊາດຫວຽດນາມ (ເປັນກໍລະນີ 364) ອາຍຸ 53 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວງງຈັນ.
– ຜູ້ກ່ຽວມີພະຍາດປະຈໍາຕົວຄືອັກເສບຕັບບີ, ແລະ ພະຍາດເບົາຫວານ ຫຼັງກວດເລືອດທີ່ ໂຮງໝໍເຊດຖາທິລາ ປະກົດວ່າເບົາຫວານຂື້ນຮອດ 200. ເສຍຊີວິດ ເວລາ 1:00 ໂມງເຊົ້າ ຂອງທີ 09 ພຶດສະພາ 2021.
– ຖືວ່າເປັນກໍລະນີທີ່ມີພະຍາດປະຈຳຕົວ ແລະ ເກີດອາການແຊກຊ້ອນ ເຮັດໃຫ້ການຕິດເຊື້ອຮຸນແຮງ ແລະ ເສຍຊີວິດ ທີມງານ ຂໍສະແດງຄວາມເສົ້າສະຫຼົດໃຈກັບເຫດການທີ່ເກີດຂຶ້ນ.
ພາບ ແລະ ຂໍ້ມູນຈາກ Hiền Đhqg Lào