
ຊົມເຊີຍຜູ້ໃຈບຸນ ບໍລິຈາກຊ່ວຍ ຜູ້ວິກິດ ລວມມູນຄ່າ ຫຼາຍສິບລ້ານ
10th May 2021ແອ່ ໜຸ່ມຜູ້ຢູ່ເບື້ອງຫຼັງຄົນດັງ ແລະ ການຈັດງານຫຼາຍງານໃນວົງການບັນເທີງລາວ ທີ່ມີທຸລະກິດເປັນຂອງໂຕເອງແລ້ວ ບໍ່ວ່າຈະເປັນເຂົ້າຊອຍຫຼວງນໍ້າທາ, VL Modernring, ຮ້ານດອກໄມ້ ແລະ ບໍລິສັດ MONG KHOUN Entertainment E&O
ໂດຍ ໜຸ່ມແອ່ ໄດ້ໂພສວ່າ ແອ່ ແລະ ທີມງານທຸກຄົນ ຂໍຂອບໃຈ ທຸກໆນໍ້າໃຈ ຂອງທຸກຄົນທີ່ຮ່ວມບໍລິຈາກວັດຖຸ ແລະ ປັດໃຈ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19
ລວມເປັນມູນຄ່າທັງໝົດ :14,210,000 ກີບ
ຕ້ອງຂໍຂອບໃຈທີ່ສຸດ ຜູ້ບໍລິຈາກວັດຖຸ:
ແບຣນ ສະບູ່ສະໝຸນໄພ FLI ຮ່ວມບໍລິຈາກ:
ເຈວແອວກໍຮໍ 1 ແກັດໃຫຍ່, ເຟສຊິວ 1 ແກັດໃຫຍ່,ສະບູລ້າງມື 2 ແກັດ ໃຫຍ່’
ລວມມູນຄ່າ: 6,225,000 ກີບ ບໍລິສັດ ການຢາ ເມແມສໂກ ຈຳກັດ ຮ່ວມບໍລິຈາກ
ຊຸດ PPE 25 ຊຸດ, ຖົງມື 2 ແກັດໃຫຍ່ ລວມມູນຄ່າ : 5,525,000 ກີບ
ບໍລິສັດ ນໍ້າດື່ມ ລາວາ ຮ່ວມບໍລິຈາກ ນໍ້າດື່ມ ລາວາ 30 ແກັດ , ຜ້າອັດປາກ 20 ກັບ
ລວມມູນຄ່າ : 1,260,000 ກີບ
ແລະ ຂໍຂອບໃຈ ຜູ້ຮ່ວມບໍລິຈາກປັດໃຈ ທຸກໆທ່ານ ລວມມູນຄ່າ 1,200,000 ກີບ ແລະ ເງິນຈຳນວນນີ້ ໄປຊື້ອຸປະກອນຕ່າງໆ , ຊຸດ PPE , ນໍ້າຢາເດັດຕໍ, ຜ້າອັດປາກ …
.