
ໂອ້ພະເຈົ້າ! ພໍ່ຕູ້ລູກດົກ 151ຄົນ ເຜີຍແຜນກຽມແຕ່ງເມຍຜູ້ທີ 17 ຫຼັງເມຍ 16ຄົນຈົ່ມເມື່ອຍມີເຊັກດຸເກີນ
13th May 2021ວັນທີ 11 ພຶດສະພາ ທີ່ຜ່ານມາ ເດິຊັນ ເປີດເຜີຍເລື່ອງລາວຊີວິດຂອງທ້າວມີເຊກ ນະຢັນໂດໂຣ ຊາຍຊາວຊິມບັບເວ ໄວ 66ປີ ເຈົ້າຂອງຕໍາແໜ່ງພໍ່ລູກດົກທີ່ສຸດໃນໂລກ ເພາະມີລູກກັບເມຍ 16ຄົນເປັນຈໍານວນຫຼາຍເຖິງ 151 ຄົນ ແຕ່ນັ້ນຍັງບໍ່ພໍ ທ້າວ ນະຢັນໂກໂຣ ບອກວ່າຈໍາເປັນຕ້ອງຫາຍິງສາວມາແຕ່ງງານອີກຫຼາຍຄົນ ເພາະບັນດາເມຍຢູ່ເຮືອນ ມີອາຍຸຫຼາຍຂຶ້ນ ແລະ ມັກຈົ່ມວ່າ ບໍ່ຢາກມີເພດສໍາພັນນໍາ ເນື່ອງຈາກຕົນມີຄວາມຕ້ອງການດຸເກີນໄປ.
ແຟນດພຈທຸກຄົນ ກ່ອນໜ້ານີ້ ແອັດເຄີຍນໍາສະເໜີກ່ຽວກັບເລື່ອງຊາຍຄົນນີ້ໄປແລ້ວ ແຕ່ເປັນປະເດັນກ່ຽວກັບການມີລູກຫຼາຍກາຍເປັນສະຖິຕິຂອງໂລກ ແລະ ຜູ້ກ່ຽວຍັງສາມາດລ້ຽງພວກເຂົາໄດ້ ທັງເມຍ 16ຄົນ ແລະ ລູກອີກ 151 ຄົນ ແບບບໍ່ມີຂໍ້ບົກພ່ອງໃດໆ.
ສໍາລັບສະພາບຫຼ້າສຸດຂອງຄອບຄົວນີ້ນັ້ນ ທ້າວ ນະຢັນໂດໂຣ ບອກວ່າ ຕົນວາງແຜນ ແລະ ເຮັດຕາຕະລາງໄວ້ແລ້ວວ່າທຸກໆຄືນຈະມີເພດສໍາພັນກັບເມຍ 4ຄົນ ເຊິ່ງຕົນຈະເຂົ້າໄປນອນໃນຫ້ອງທີ່ຕົນເອງກໍານົດຕາຕະລາງ ຈາກນັ້ນກໍ່ຈະສ້າງຄວາມພຶງພໍໃຈໃຫ້ເມຍຄົນໜຶ່ງກ່ອນຈະຍ້າຍໄປຫາເມຍອີກຄົນໜຶ່ງ ນີ້ຄືວຽກຂອງຕົນ ຕົນບໍ່ມີວຽກອື່ນ, ທັ້ງນີ້ ຜູ້ກ່ຽວຍັງມີການປັບປ່ຽນພຶດຕະກໍາເທິງຕຽງເພື່ອໃຫ້ເໝາະກັບອາຍຸຂອງເມຍແຕ່ລະຄົນ ບໍ່ໄດ້ເຮັດຄືກັນກັບເມຍສາວ ແລະ ເມຍແກ່.
ໃນຕອນທ້າຍ ພໍ່ຕູ້ລູກດົກນິ້ຍັງບອກອີກວ່າ ຊ່ວງຫຼັງມານີ້ບັນດາເມຍຂອງຕົນເອງ ບໍ່ຄ່ອຍສົນໃຈຢາກມີເພດສໍາພັນຮ່ວມຕົນປານໃດ ແລະ ນັ້ນເຮັດໃຫ້ຕົນເບິ່ງຫ່ເມຍຄົນໃໝ່ ແລະ ກຽມຈະແຕ່ງງານກັບເມຍໝ!ຍເລກທີ 17.